ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ການ​ປະ​ຊຸມ​ດ່ວນ ກ່ຽວ​ກັບ​ສະ​ພາບ​ການ ລີ​ບັງ

(VOVWORLD) - ສປຊ ໄດ້ຊຸກຍູ້ບັນດາຝ່າຍ ຈົ່ງຫລຸດຜ່ອນຄວາມເຄັ່ງຕຶງໂດຍທັນທີ, ລະງັບໃຈ, ຢຸດຕິການຕໍ່ສູ້ ແລະ ປະຕິບັດຢ່າງຄົບຖ້ວນມະຕິເລກທີ 1701 ຂອງ ສະພາຄວາມໝັ້ນຄົງ ສປຊ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ການ​ປະ​ຊຸມ​ດ່ວນ ກ່ຽວ​ກັບ​ສະ​ພາບ​ການ ລີ​ບັງ - ảnh 1

(ພາບ: THX/TTXVN)

      ວັນທີ 20 ກັນຍາ, ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປະຊຸມດ່ວນ ກ່ຽວກັບສະພາບການ ລີບັງ ພາຍຫຼັງທີ່ເກີດສະພາບເຄັ່ງຕຶງຂຶ້ນຕື່ມລຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ ຮາມາດ ກໍ່ຄືບັນດາເຫດລະເບີດເຄື່ອງຕິດຕໍ່ພົວພັນ ທີ່ໄດ້ກໍ່ຄວາມບາດເຈັບລົ້ມຕາຍ ແນໃສ່ບັນດາສະມາຊິກ ເຮັກໂບລາ.

      ທ່ານ Stephane Dujarric, ໂຄສົກ ສະພາຄວາມໝັ້ນຄົງ ໃຫ້ຮູ້ວ່າ: ສປຊ ໄດ້ຊຸກຍູ້ບັນດາຝ່າຍ ຈົ່ງຫລຸດຜ່ອນຄວາມເຄັ່ງຕຶງໂດຍທັນທີ, ລະງັບໃຈ, ຢຸດຕິການຕໍ່ສູ້ ແລະ ປະຕິບັດຢ່າງຄົບຖ້ວນມະຕິເລກທີ 1701 ຂອງ ສະພາຄວາມໝັ້ນຄົງ ສປຊ . ທ່ານນາງ Rosemary DiCarlo, ຮອງເລຂາທິການໃຫ່ຍ ສປຊ ຮັບຜິດຊອບບັນດາບັນຫາການເມືອງ ແລະ ສ້າງສັນຕິພາບ ຊີ້ແຈ້ງວ່າ: ການຜັນແປທີ່ໜ້າຕັກເຕືອນຢູ່ ລີບັງ ແລະເຂດນີ້ໄດ້ເກີດຂຶ້ນພາຍຫຼັງ 1 ປີເກີດການປະທະກັນ ເກືອບຄືວ່າໄດ້ເກີດຂຶ້ນໃນແຕ່ລະມື້ໃນເສັນທາງສີຂຽວ ຊື່ງແມ່ນເຂດຈັດແບ່ງລະຫວ່າງ ອິດສະຣາແອັນ ແລະ ລີບັງ. ການປະທະກັນນີ້ ໄດ້ລະເມີດຄຳສັ່ງຢຸດຍິງ ແລະ ມະຕິເລກທີ 1701.

ຕອບກັບ

ຂ່າວ/ບົດ​ອື່ນ