ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມດ່ວນກ່ຽວກັບການປະທະກັນຢູ່ Nagorno-Karabakh

(VOVWORLD) - ຫລາຍປະເທດຄື: ລັດເຊຍ, ອີຣານ, ແອັດສະປາຍ, ຕວັກກີ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ Nagorno – Karabakh.
ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມດ່ວນກ່ຽວກັບການປະທະກັນຢູ່ Nagorno-Karabakh - ảnh 1ນາຍທະຫານ Azerbaijan ທີ່ເຂດຂັດແຍ້ງກັນ Nagorno-Karabakh (ພາບ: AFP/TTXVN)

  ບັນດາແຫຼ່ງຂ່າວການທູດໃນວັນທີ 28 ກັນຍາ ໃຫ້ຮູ້ວ່າ: ສະພາຄວາມໝັ້ນຄົງສະຫະປະຊາຊາດ ຄາດວ່າຈະຈັດຕັ້ງກອງປະຊຸມປຶກສາຫາລືດ່ວນຕາມຮູບການປະຊຸມລັບໃນວັນທີ 29 ກັນຍາ ເພື່ອປຶກສາຫາລືກ່ຽວກັບບັນຫາ Nagorno – Karabakh, ເຂດທີ່ພວມເກີດການປະທະກັນຢ່າງຮ້າຍແຮງນັບແຕ່ທ້າຍອາທິດຜ່ານມາ. ເຢຍລະມັນ ແລະ ຝຣັ່ງ ແມ່ນບັນດາປະເທດທີ່ໄດ້ຮຽກຮ້ອງຈັດຕັ້ງກອງປະຊຸມດັ່ງກ່າວ ແຕ່ບັນດາປະເທດອື່ນໆໃນເອີຣົບ ປະຈຸບັນພວມຮັກສາຕຳແໜ່ງເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ - ລວມມີ ແບນຊິກ, ອັງກິດ ແລະ Estonia ກໍ່ສະໜັບສະໜູນການກະທຳນີ້.

        ກ່ອນໜ້ານັ້ນ, ຫລາຍປະເທດຄື: ລັດເຊຍ, ອີຣານ, ແອັດສະປາຍ, ຕວັກກີ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ Nagorno – Karabakh, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງ. ໃນຂະນະນັ້ນ, ສະຫະພາບເອີຣົບ (ອີຢູ) ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງ, ຢຸດຕິບັນດາການກະທຳເປັນປໍລະປັກ, ຫລຸດຜ່ອນຄວາມເຄັ່ງຕຶງລົງ ແລະ ບັນດາປະເທດມະຫາອຳນາດໃນພາກພື້ນບໍ່ແຊກແຊງ.

ຕອບກັບ

ຂ່າວ/ບົດ​ອື່ນ