ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈະ​ຈັດ​ກອງ​ປະ​ຊຸມ​​ລັບ​ກ່ຽວ​ກັບ​ເຫ​ດ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) -ຕາມຂໍ້ສະເໜີຂອງ ອາເມລິກາ, ອັງກິດ, ຝລັ່ງ, ອຽກລັງ ແລະ ອານບານີ ແລ້ວ, ສະພາຄວາມໝັ້ນຄົງ ສປຊ ຄາດວ່າຈະໂຮມປະຊຸມໃນວັນທີ 10 ມັງກອນ ປຶກສາຫາລືກ່ຽວກັບເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 5 ມັງກອນ. 

ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມລັບໃນຕົ້ນອາທິດໜ້າ ເມື່ອ ສປຊ ໃຫ້ຂໍ້ສັງເກດວ່າ ເຫດຍິງລູກສອນໄຟຄັ້ງລ້າສຸດຂອງ ສປປ.ເກົາຫຼີ ໄດ້ຊີ້ໃຫ້ເຫັນຄວາມຈຳເປັນຕ້ອງເຊື່ອມຕໍ່ການເຈລະຈາທາງການທູດ ກ່ຽວກັບການປອດນິວເຄຼຍ. ຕາມຂໍ້ສະເໜີຂອງ ອາເມລິກາ, ອັງກິດ, ຝລັ່ງ, ອຽກລັງ ແລະ ອານບານີ ແລ້ວ, ສະພາຄວາມໝັ້ນຄົງ ສປຊ ຄາດວ່າຈະໂຮມປະຊຸມໃນວັນທີ 10 ມັງກອນ ປຶກສາຫາລືກ່ຽວກັບເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 5 ມັງກອນ. ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງ ອາເມລິກາ ແລະ ຍີ່ປຸ່ນ ຫາກໍດຳເນີນກອງປະຊຸມແບບທາງໄກ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນດ້ານຄວາມໝັ້ນຄົງ, ໃນນັ້ນ ມີໄພນາບຂູ່ກ່ຽວກັບລູກສອນໄຟຈາກ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ