ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນຳ​ໃຊ້​​ກຳ​ລັງ​ແຮງ​ການ​ທະ​ຫານໃນ​ກົດ​ໝາຍ​ສາ​ກົນ ແລະ ສິດ​ປ້ອງ​ກັນ​ຕົວ​ອັນ​ຊອບ​ທຳ

(VOVWORLD) -ວັນທີ 24 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມອອນລາຍ ຕາມຮູບການ Arria ເພື່ອປຶກສາຫາລືກ່ຽວກັບບັນຫານຳໃຊ້ກຳລັງແຮງການທະຫານໃນກົດໝາຍສາກົນ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ການປ້ອງກັນຕົວອັນຊອບທຳ ໂດຍ ເມັກຊີໂກ ເປັນປະທານ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນຳ​ໃຊ້​​ກຳ​ລັງ​ແຮງ​ການ​ທະ​ຫານໃນ​ກົດ​ໝາຍ​ສາ​ກົນ ແລະ ສິດ​ປ້ອງ​ກັນ​ຕົວ​ອັນ​ຊອບ​ທຳ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ ໄປຝືນກັບກົດບັດ ສປຊ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງສາກົນ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ບັນດາປະເທດມີພັນທະສ້າງສາຍພົວພັນມິດຕະພາບ, ສ້າງວັດທະນະທຳຖືກົດບັດ ສປຊ ແລະ ກົດໝາຍສາກົນ ເປັນສຳຄັນ, ປະຕິບັດຕາມບັນດາຫຼັກການກ່ຽວກັບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງການທະຫານ ແລະ ຕ້ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ສະພາຄວາມໝັ້ນຄົງ, ສປຊ ຄວນປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີບົດບາດຂອງກົດໝາຍສາກົນ, ກົດບັດ ສປຊ.

        ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ກໍໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການໃຊ້ກຳລັງແຮງການທະຫານທີ່ເກີດຂຶ້ນຢ່າງລຽນຕິດຢູ່ ສາທາລະນະລັດ ອາຟະລິກາກາງ.


ຕອບກັບ

ຂ່າວ/ບົດ​ອື່ນ