ສະພາ​ຄວາມໝັ້ນຄົງ ສປຊ ​ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ອາວຸດ​ເຄມີ ຢູ່ ຊີຣີ

(VOVWORLD) -ຕອນບ່າຍວັນທີ 12 ພຶດສະພາ, ບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຢ່າງບໍ່ເປັນທາງການ ກ່ຽວກັບບັນຫາອາວຸດເຄມີ ຢູ່ ຊີຣີ. 
ສະພາ​ຄວາມໝັ້ນຄົງ ສປຊ ​ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ອາວຸດ​ເຄມີ ຢູ່ ຊີຣີ - ảnh 1 (ພາບປະກອບ: AFP/TTXVN)

        ນະທີ່ນີ້, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ກໍໄດ້ນໍາສະເໜີທັດສະນະກ່ຽວກັບບົດລາຍງານໃໝ່ທີ່ໄດ້ປະກາດໃຊ້ໃນວັນທີ 8 ເມສາ 2020 ຜ່ານມາ ຂອງກຸ່ມນັກສືບສວນ ແລະ ກວດກາຢັ້ງຢືນ ກ່ຽວກັບບັນຫານໍາໃຊ້ອາວຸດເຄມີ ຢູ່ ຊີຣີ. ບາງປະເທດໄດ້ເຕື້ອງເຖິງບັນດາຂໍ້ສະຫຼຸບຂອງບົດລາຍງານ ກ່ຽວກັບເລື່ອງມີພະຍານຫຼັກຖານ ແຕ່ບໍ່ສາມາດຢັ້ງຢືນໄດ້ຢ່າງແນວແນ່ວ່າ ກອງທັບອາກາດ ຊີຣີ ໄດ້ດໍາເນີນການບຸກໂຈມຕີດ້ວຍອາວຸດເຄມີ 3 ຄັ້ງ ຢູ່ Ltamenah ໃນເດືອນມີນາ 2017. ແຕ່ກໍມີບາງປະເທດ ພັດໄດ້ເປີດເຜີຍການປະຕິເສດຂໍ້ກໍານົດຂອງກຸ່ມນັກສືບສວນ ແລະ ກວດກາຢັ້ງຢືນ ກໍຄື ບົດລາຍງານຂອງກຸ່ມນີ້.

        ກ່າວຄໍາເຫັນທີ່ກອງປະຊຸມ, ຜູ້ຕາງໜ້າຝ່າຍຫວຽດນາມ ຢູ່ ສປຊ ກໍໄດ້ຢັ້ງຢືນເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຄັດຄ້ານທຸກການກະທໍາທີ່ນໍາໃຊ້ອາວຸດເຄມີ, ສະໜັບສະໜູນການປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດເຄມີ ແລະ ບັນດາການເຄື່ອນໄຫວຂອງ OPCW ຕ້ອງໄດ້ຜັນຂະຫຍາຍໃຫ້ຄົບຖ້ວນ ແລະ ສອດຄ່ອງກັບສົນທິສັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ