ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບວິວັດທະນາການລົບລ້າງ ແລະ ຕ້ານການເຜີີຍແຜ່ອາວຸດນິວເຄຼຍ

(VOVWORLD) -ກອງປະຊຸມລະຫວ່າງ 5 ປະເທດສະມາຊິກປະຈໍາ ສະພາຄວາມໝັ້້ນຄົງ, ສປຊ ຖືກດໍາເນີນໃນສະພາບທີ່ ອາເມລິກາ ຖະແຫຼງວ່າ ຈະຖອນຕົວອອກຈາກ ສົນທິສັນຍາ ບັນດາກໍາລັງນິວເຄຼຍໄລຍະກາງ (INF) ນັບແຕ່ວັນທີ 02 ກຸມພາ ຈະມາເຖິງ

ວັນທີ 30 ມັງກອນ, ຕາງໜ້າ 5 ປະເທດ ກໍາມະການປະຈໍາ ສະພາຄວາມໝັ້ນຄົງ, ສປຊ ເຊິ່ງລວມມີ ອາເມລິກາ, ລັດເຊຍ, ຈີນ, ອັງກິດ ແລະ ຝລັ່ງ ໄດ້ໂຮມປະຊຸມຢູ່ນະຄອນຫຼວງ ປັກກິ່ງ ປະເທດ ຈີນ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິວັດທະນາການລົບລ້າງ ແລະ ຕ້ານການເຜີຍແຜ່ອາວຸດນິວເຄຼຍ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ Andrea Thompson ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ເຈົ້າໜ້າທີ່ສະເພາະກິດ ກ່ຽວກັບການຄວບຄຸມອາວຸດນິວເຄຼຍ ແລະ ຄວາມໝັ້ນຄົງສາກົນ ຖືວ່າ ມີຄວາມແຕກຕ່າງກັນ ລະຫວ່າງບັນດາຜົນຕ່າງໆ ກ່ຽວກັບບັນດາຄວາມມານະພະຍາຍາມຊຸກຍູ້ລັກສະນະໂປ່ງໃສ ຕາມຂໍ້ກໍານົດຂອງ ສົນທິສັນຍາເກືອດຫ້າມການເຜີຍແຜ່ອາວຸດນິວເຄຼຍ (NPT). ຕາມທ່ານນາງ Thompson ແລ້ວ, ເຖິງວ່າກ່ອນໜ້ານັ້ນ ບັນດາຝ່າຍໄດ້ເຫັນດີສ້າງຕັ້ງມາດຕະຖານບົດລາຍງານກໍຕາມ, ແຕ່ “ບັນດາບົດລາຍງານຂອງ ອາເມລິກາ ເມື່ອທຽບໃສ່ກັບ ລັດເຊຍ ແລະ ຈີນ ຍັງມີຄວາມແຕກຕ່າງກັນຫຼາຍທີ່ສຸດ”. ເຈົ້າໜ້າທີ່ປະເທດນີ້ ຖືວ່າ ບັນດາຝ່າຍ ຄວນລາຍງານຢ່າງຄົບຖ້ວນ ແລະ ເພີ່ມທະວີລັກສະນະໂປ່ງໃສ ກ່ຽວກັບ ບັນດາໂຄງການນິວເຄຼຍ.

        ກອງປະຊຸມລະຫວ່າງ 5 ປະເທດສະມາຊິກປະຈໍາ ສະພາຄວາມໝັ້້ນຄົງ, ສປຊ ຖືກດໍາເນີນໃນສະພາບທີ່ ອາເມລິກາ ຖະແຫຼງວ່າ ຈະຖອນຕົວອອກຈາກ ສົນທິສັນຍາ ບັນດາກໍາລັງນິວເຄຼຍໄລຍະກາງ (INF) ນັບແຕ່ວັນທີ 02 ກຸມພາ ຈະມາເຖິງນັ້ນ, ໄດ້ເຮັດໃຫ້ການພົວພັນລະຫວ່າງ ວໍຊິງຕັນ ແລະ ມົດສະກູ ເຄັ່ງຕຶງຂຶ້ນຕື່ມ. ລັດເຊຍ ກໍສະເໜີ ໃຫ້ຈັດຕັ້ງການເຈລະຈາຮອບໃໝ່ກັບ ອາເມລິກາ ຢູ່ ປັກກິ່ງ ກ່ຽວກັບບັນຫາດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ