ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ລີ​ບັງ ແລະ ໂຊ​ມາ​ລີ

(VOVWORLD) -ວັນທີ 20 ຕຸລາ, ສະພາຄວາມໝັ້ນຄົງ ສປຊໄດ້ຈັດກອງປະຊຸມຮັບຟັງບົດລາຍງານ ກ່ຽວກັບການປະຕິບັດມະຕິສະບັບເລກທີ 1559 ຂອງ ສະພາຄວາມໝັ້ນຄົງ ສປຊ ທີ່ກ່ຽວຂ້ອງເຖິງສະພາບການຢູ່ ລີບັງ.

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ລີ​ບັງ ແລະ ໂຊ​ມາ​ລີ - ảnh 1ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baoquocte.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງສ້າງຕັ້ງລັດຖະບານຊຸດໃໝ່ຢູ່ ລີບັງ ແລະ ຫວັງວ່າ ລັດຖະບານຊຸດໃໝ່ ຈະມານະພະຍາຍາມ ປະຕິບັດການປະຕິຮູບທີ່ຈຳເປັນ, ນຳປະເທດຜ່ານຜ່າສະພາບວິກິດການໃນປັດຈຸບັນ. ທ່ານນາງ ຫງວຽນເຟືອງຈ່າ ໄດ້ຕີລາຄາສູງຕໍ່ ຄວາມມານະພະຍາຍາມສາກົນ ໂດຍ ຝລັ່ງ ແລະ ສປຊ ນຳໜ້າ ເພື່ອແນໃສ່ໜູນຊ່ວຍ ຊາວ ລີບັງ.

ຜູ້ຕາງໜ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ ລີບັງ ມີຄວາມມານະພະຍາຍາມ ເພື່ອປັບປຸງ ຄວາມໄວ້ເນື້ອເຊື່ອໃຈຂອງ ປະຊາຄົມສາກົນ, ໃນນັ້ນມີ ການຊຸກຍູ້ຄວາມຄືບໜ້າໃນການສືບສວນເຫດເກີດລະເບີດ ຢູ່ Beirut ໃນເດືອນສິງຫາ ປີ 2020, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕ່າງໆ ຢູ່ ລີບັງຈົ່ງອົດກັ້ນ ແລະ ຫຼີກລ້ຽງທຸກການກະທຳ ແລະ ຄຳເວົ້າທີ່ເຮັດໃຫ້ຄວາມເຄັ່ງຕຶງ ເພີ່ມຂຶ້ນ. ຫວຽດນາມ ຮຽກຮ້ອງ ໃຫ້ຝ່າຍຕ່າງໆ ທີ່ກ່ຽວຂ້ອງຈົ່ງເຄົາລົບຜືນແຜ່ນດິນອັນຄົບຖວ້ນ ແລະ ອະທິປະໄຕຂອງ ລີບັງ ຕາມມະຕິສະບັບເລກທີ 1559 ແລະ ເລກທີ 1701 ຂອງ ສະພາຄວາມໝັ້ນຄົງ ສປຊ.

ແລະກໍ່ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຟັງບົດລາຍງານ ຂອງ ຄະນະກຳມະການ 751 ຂອງ ສປຊ ທີ່ກ່ຽວຂ້ອງເຖິງ ໂຊມາລີ.

ຕອບກັບ

ຂ່າວ/ບົດ​ອື່ນ