ສະ​ພາ​ຄວາມ​ໝັ້ນ​ຄົງ ​ສປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ມະ​ນຸດ​ສະ​ທຳ ຢູ່​ຊີ​ຣີ ແລະ ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 27 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນບັນດາວາລະກອງປະຊຸມທາງອອນລາຍປະຈຳໄລຍະກ່ຽວກັບສະພາບການດ້ານມະນຸດສະທຳ ຢູ່ຊີຣີ ແລະ ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວຂອງ ຄະນະກຳມະການ 1718 ທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ.
 ສະ​ພາ​ຄວາມ​ໝັ້ນ​ຄົງ ​ສປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ມະ​ນຸດ​ສະ​ທຳ ຢູ່​ຊີ​ຣີ ແລະ ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1ກອງປະຊຸມທາງອອນລາຍປະຈຳໄລຍະກ່ຽວກັບສະພາບການດ້ານມະນຸດສະທຳ ຢູ່ຊີຣີ 

ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເຂົ້າຮັບປະກັນການໄດ້ສຳຜັດກັບມະນຸດສະທຳທີ່ຖືກກັບວັນເວລາ, ປອດໄພ ແລະ ບໍ່ຖືກກີດຂວາງທີ່ເຂົ້າໄປເຖິງທຸກໆຂົງເຂດຢູ່ ຊີຣີ, ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ສປຊ ພ້ອມກັບບັນດາຄູ່ຮ່ວມມືໃນການຮັກສາການໜູນຊ່ວຍມະນຸດສະທຳ ໃຫ້ແກ່ຊາວຊີຣີ.

ເມື່ອຮັບຟັງບົດລາຍງານຂອງ ຄະນະກຳມະການ 1718 ທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ຢັ້ງຢືນເຖິງແຜນນະໂຍບາຍຂອງ ຫວຽດນາມແມ່ນ ສະໜັບສະໜູນຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດນິວເຄຼຍ, ພ້ອມທັງຢັ້ງຢືນວ່າ ຫວຽດນາມໄດ້ປະຕິບັດບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊຢ່າງເຂັ້ມງວດ, ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະປະກອບສ່ວນໃຫ້ແກ່ບັນດາຄວາມມານະພະຍາຍາມເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ