ສະພາຄວາມໝັ້ນຄົງ ສປຊ ປະຊຸມກ່ຽວກັບວິກິດການຢູ່ ຊີຣີ

(VOVWORLD) - ຕາມຄຳຮຽກຮ້ອງຂອງ ຝຣັ່ງ, ການປຶກສາຫາລືລັບຂອງສະພາຄວາມໝັ້ນຄົງ ສປຊ ເຕື້ອງເຖິງບັ້ນຮົບຂອງກອງທັບ ຊີຣີ ຢູ່ແຂວງ Idlib...

ວັນທີ 22 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິກິດການມະນຸດສະທຳ ທີ່ນັບມື້ນັບຊົ່ວຮ້າຍກ່ວາຢູ່ ຊີຣີ ພາຍຫຼັງ ຕວກກີ ດຳເນີນການບຸກໂຈມຕີແນໃສ່ກຳລັງຊາວ Kurd ຢູ່ Afrin ທີ່ຂຶ້ນກັບທາງພາກເໜືອ ຊີຣີ. ຕາມຄຳຮຽກຮ້ອງຂອງ ຝຣັ່ງ, ການປຶກສາຫາລືລັບຂອງສະພາຄວາມໝັ້ນຄົງ ສປຊ ເຕື້ອງເຖິງບັ້ນຮົບຂອງກອງທັບ ຊີຣີ ຢູ່ແຂວງ Idlib ແລະ ເຂດຕາເວັນອອກ Ghouta ກໍ່ຄືການບຸກໂຈມຕີຄັ້ງຫຼ້າສຸດຂອງ ຕວກກີ ເຂົ້າ Afrin. ຄາດວ່າ, ສະພາຄວາມໝັ້ນຄົງ ສປຊ ຈະຮັບຟັງບົດລາຍງານຂອງທ່ານ  Mark Lowcock, ຮອງເລຂາທິການໃຫຍ່ຮັບຜິດຊອບບັນຫາມະນຸດສະທຳຂອງ ສປຊ ກ່ຽວກັບການຢ້ຽມຢາມຫວ່າງແລ້ວນີ້ຂອງທ່ານເຖິງ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ