ສະພາຄວາມໝັ້ນຄົງ ສປຊ ປະຕິເສດມະຕິຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ

(VOVWORLD) - ວັນທີ 14 ສິງຫາ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ປະຕິເສດມະຕິ ໂດຍອາເມລິກາ ສະເໜີກ່ຽວກັບເລື່ອງຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ ເຊິ່ງຈະໝົດອາຍຸໃນເດືອນ ຕຸລາ ຈະມາເຖິງຕາມຂໍ້ກຳນົດ. 
ສະພາຄວາມໝັ້ນຄົງ ສປຊ ປະຕິເສດມະຕິຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດສຳລັບ ອີຣານ - ảnh 1ພາບປະກອບ / THX/TTXVN

  ມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນ 2 ບັດ, ບັດຄ້ານ 2 ບັດ ແລະ ບັດຂາວ 11 ບັດ. ໃນຖະແຫຼງການ ກ່ອນທີ່ສະພາຄວາມໝັ້ນຄົງຈະປະກາດໝາກຜົນການປ່ອນບັດຢ່າງເປັນທາງການ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ສະແດງຄວາມຜິດຫວັງຕໍ່ໝາກຜົນການປ່ອນບັດດັ່ງກ່າວ. ເລື່ອງມະຕິຂອງ ອາເມລິກາ ໄດ້ຮັບບັດສະໜັບສະໜູນພຽງແຕ່ 2 ບັດ ນັ້ນໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ນັບມື້ນັບຢູ່ໂດດດ່ຽວໃນບັນຫານິວເຄຼຍຂອງ ອີຣານ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຕັດສິນໃຈຖອນ ອາເມລິກາ ອອກຈາກແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ເມື່ອເດືອນ ພຶດສະພາ 2018. 

ຕອບກັບ

ຂ່າວ/ບົດ​ອື່ນ