ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອອກ​ຖະ​ແຫຼງ​ການ​ເລັ່ງ​ລັດ​ໃຫ້​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ມຽນ​ມາ

(VOVWORLD) -        ວັນທີ 10 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນຢູ່ ມຽນມາ, ພ້ອມທັງອອກຖະແຫຼງການຮ່ວມສະບັບໜຶ່ງ, ໃນນັ້ນຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ.
  ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອອກ​ຖະ​ແຫຼງ​ການ​ເລັ່ງ​ລັດ​ໃຫ້​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ມຽນ​ມາ - ảnh 1ກອງປະຊຸມສະພາຄວາມໝັ້ນຄົງ, ສປຊ ຈັດຂຶ້ນໃນວັນທີ 09/11/2021 ຢູ່ ນິວຢອກ (ພາບ:THX/ TTXVN)

ຖະແຫຼງການໂດຍ ອັງກິດ ເຊິ່ງເປັນ 1 ໃນ 5 ປະເທດກຳມະການປະຈຳການ ສະພາຄວາມໝັ້ນຄົງ ຮຽບຮຽງ ແລະໄດ້ຮັບການສະໜັບສະໜູນຈາກ 15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ, ຕາມນັ້ນແລ້ວ, ບັນດາປະເທດໄດ້ເລັ່ງລັດໃຫ້ດຳເນີນການເຈລະຈາ ແລະ ໄກ່ເກ່ຍຕາມຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ ມຽນມາ. ສະພາຄວາມໝັ້ນຄົງ ກໍຮຽກຮ້ອງ ໃຫ້ປະຊາຊົນທຸກຄົນທີ່ມີຄວາມຕ້ອງການໄດ້ເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳຢ່າງຄົບຖ້ວນ, ປອດໄພ ແລະ ບໍ່ຖືກສະກັດກັ້ນ, ພ້ອມທັງປົກປ້ອງ ແລະ ຮັກສາຄວາມສະຫງົບປອດໄພໃຫ້ແກ່ພະນັກງານການແພດ ແລະ ໜ່ວຍກູ້ໄພກູ້ຊີບ. ຖະແຫຼງການສະບັບດັ່ງກ່າວກໍສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຜັນແປຢູ່ ມຽນມາ ພາຍຫຼັງທີ່ປະເທດນີ້ປະກາດສະພາວະສຸກເສີນໃນວັນທີ 1 ກຸມພາ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຈົ່ງອົດກັ້ນຢ່າງສຸດຂີດ.

 

ຕອບກັບ

ຂ່າວ/ບົດ​ອື່ນ