ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ ມະ​ຕິກ່ຽວ​ກັບສະ​ພາບ​ການ​ຢູ່ ຊູ​ດັນ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​​ຂໍ້​ຕົກ​ລົງ Minsk

(VOVWORLD) - ວັນທີ 11 ກຸມພາ, ຢູ່ນິວຢອກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປະກາດ ຮັບຮອງເອົາມະຕິເລກທີ 2562 ທີ່ກ່ຽວຂ້ອງເຖິງສະພາບການຢູ່ ຊູດັນ ດ້ວຍ 15 ໃນຈຳນວນ15 ບັດສະໜັບສະໜູນ.

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ ມະ​ຕິກ່ຽວ​ກັບສະ​ພາບ​ການ​ຢູ່ ຊູ​ດັນ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​​ຂໍ້​ຕົກ​ລົງ Minsk - ảnh 1, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປະກາດ ຮັບຮອງເອົາມະຕິເລກທີ 2562 ທີ່ກ່ຽວຂ້ອງເຖິງສະພາບການຢູ່ ຊູດັນ (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ)

ມະຕິເລກທີ 2562 ໂດຍ ອາເມລິກາ ເປັນປະເທດເຈົ້າພາບຈັດຕັ້ງການຮຽບຮຽງ ເຊິ່ງສະແດງຄວາມຊົມເຊີຍຕໍ່ບັນດາຄວາມຄືບໜ້າຢ່າງຕັ້ງໜ້າ ທີ່ກ່ຽວຂ້ອງເຖິງເຂດ Darfur (ຊູດັນ) ໃນຫວ່າງແລ້ວນີ້, ມະຕິກໍ່ເນັ້ນໜັກເຖິງບົດບາດຄວາມຮັບຜິດຊອບຫຼັກແຫຼ່ງຂອງ ລັດຖະບານຊູດັນ ໃນການປົກປ້ອງສາມັນຊົນຢູ່ເຂດ Darfur, ເພື່ອຫຼີກລ້ຽງການປະທະກັນທີ່ເກີດຂຶ້ນຄືນໃໝ່ ແລະ ຮຽກຮ້ອງໃຫ້ລັດຖະບານມານະພະຍາຍາມແກ້ໄຂບັນຫາໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມ.

ແລະ ກໍ່ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບການແກ້ໄຂຂໍ້ຕົກລົງ Minsk ເຊິ່ງມຸ່ງໄປສູ່ການແກ້ໄຂການປະທະກັນ ຢູ່ພາກຕາເວັນອອກ ຢູແກຼນ, ຕາມຂໍ້ສະເໜີຂອງ ລັດເຊຍ.

ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມຄືບໜ້າຢ່າງຕັ້ງໜ້າ ຕໍ່ການຜັນຂະຫຍາຍ ຂໍ້ຕົກລົງ Minsk ໃນໄລຍະທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ທ່ານໄດ້ໃຫ້ຂໍ້ສັງເກດວ່າ ສະພາບການປະທະກັນຍັງເກີດຂຶ້ນ ໂດຍກໍ່ຄວາສະທ້ອນຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະພາບການມະນຸດສະທຳຢູ່ພາກຕາເວັນອອກ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ