ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ມາຕິຮຽກຮ້ອງໃຫ້ ຕາລີບານ ສ້າງເງື່ອນໄຂ ແລະ ຮັບປະກັນຄວາມປອດໄພ, ບໍ່ຖືກກີດຂວາງ ໃຫ້ແກ່ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອແນໃສ່ສະໜອງການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ຊາວອາບການິດສະຖານ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ ອາບ​ກາ​ນິດ​ສະ​ຖານ - ảnh 1ປະຊາຊົນຈັດແຖວຂຶ້ນເຮືອບິນການທະຫານຂອງ ເຢຍລະມັນ ເພື່ອ ເດີນທາງອອກຈາກ ອາບການິດສະຖານ

(ພາບ: THX/TTXVN)

ວັນທີ 30 ສິງຫາ (ຕາມເວລາ ອາເມລິກາ) ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍ ອາບການິດສະຖານ ໂດຍ ອາເມລິກາ, ອັງກິດ ແລະ ຝລັ່ງຮຽບຮຽງ. ຕາມມະຕິສະບັບນີ້, ສະພາຄວາມໝັ້ນຄົງ ສປຊ ຫວັງວ່າ ຕາລີບານ ຈະອະນຸຍາດໃຫ້ ຊາວ ອາບການິດສະຖານ ແລະ ພົນລະເມືອງຕ່າງປະເທດ ເດີນທາງອອກຈາກ ອາບການິດສະຖານ ຢ່າງປອດໄພ ແລະ ມີລະບຽບຮຽບຮ້ອຍ. ມະຕິສະບັບນີ້ ໄດ້ຄັດສະເໜີຄຳໝັ້ນສັນຍາໃນວັນທີ 27 ສິງຫາ ຂອງ ຕາລີບານ ວ່າ ຊາວ ອາບການິດສະຖານ ຈະເດີນທາງໄປຍັງຕ່າງປະເທດ ແລະ ອາດຈະອອກຈາກ ອາບການິດສະຖານ ບໍ່ວ່າໃນເວລາໃດທີ່ເຂົາເຈົ້າຢາກໄປ ແລະ ຜ່ານບໍ່ວ່າ ດ່ານຊາຍແດນໃດ ກໍ່ຄືດ້ວຍເຮືອບິນ ຫຼື ທາງບົກກໍ່ໄດ້.

ມາຕິຮຽກຮ້ອງໃຫ້ ຕາລີບານ ສ້າງເງື່ອນໄຂ ແລະ ຮັບປະກັນຄວາມປອດໄພ, ບໍ່ຖືກກີດຂວາງ ໃຫ້ແກ່ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອແນໃສ່ສະໜອງການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ຊາວອາບການິດສະຖານ.

ແລະກໍ່ໃນວັນທີ 30 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມນັດສາມັນ ກ່ຽວກັບສະພາບການຢູ່ພາກຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ:

ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນທີ່ສຸດ, ມີບັນດາມາດຕະການປົກປ້ອງສາມັນຊົນ, ພິເສດແມ່ນ ແມ່ຍິງ ແລະ ເດັກນ້ອຍ, ສຸມໃສ່ການໂອ້ລົມສົນທະນາ ຫຼື ເຈລະຈາ, ທ່ານນາງກໍ່ສະແດງຄວາມວິຕົກກັງວົນ ກ່ຽວກັບ ເລື່ອງ ອິດສະລາແອັນ ສືບຕໍ່ມີແຜນການເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ ຢູ່ ຝັ່ງຕາວັນຕົກແມ່ນ້ຳຈໍແດນ, ທ່ານນາງ ຢັ້ງຢືນວ່າ ບັນດການກະທຳນີ້ ແມ່ນຜິດກົດໝາຍສາກົນ ແລະ ບັນດາມະຕິຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ