ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັ​ບກ​ານກູ້​ຊ່ວຍ​​ມະ​ນຸດ​ສະ​ທຳ​ໃຫ້​ແກ່ ອັບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 22 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວການກູ້ຊ່ວຍມະນຸດສະທຳໃຫ້ແກ່ ອັບການິດສະຖານ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັ​ບກ​ານກູ້​ຊ່ວຍ​​ມະ​ນຸດ​ສະ​ທຳ​ໃຫ້​ແກ່ ອັບ​ກາ​ນິດ​ສະ​ຖານ - ảnh 1ປະຊາຊົນ ອາບການິດສະຖານ ຮັບເຄື່ອງຊ່ວຍເຫຼືອຈາກອົງການອາຫານ ສປຊ (ພາບ: AFP/TTXVN)

ມະຕິໂດຍ ອາເມລິກາ ສະເໜີແມ່ນແນໃສ່ໜູນຊ່ວຍພື້ນຖານເສດຖະກິດ ອັບການິດສະຖານ ທີ່ກຳລັງຕົກເຂົ້າຄວາມສ່ຽງຖືກລົ້ມລະລາຍ, ໃນຂະນະທີ່ຫຼີກລ້ຽງການໂອນເງິນໂດຍກົງ ໃຫ້ແກ່ ກຳລັງ ຕາລີບານ ທີ່ພວມກຳອຳນາດຢູ່ປະເທດນີ້. ເນື້ອໃນມະຕິຊີ້ແຈ້ງການອະນຸຍາດໃຫ້ເບີກຈ່າຍບ້ວງເງິນໜູນຊ່ວຍ, ບັນດາຊັບສິນດ້ານການເງິນ ຫຼື ແຫຼ່ງກຳລັງເສດຖະກິດຕ່າງໆ; ສະໜອງສິນຄ້າ ແລະ ການບໍລິການ ຊະນິດຕ່າງໆທີ່ຈຳເປັນເພື່ອໜູນຊ່ວຍໂດຍກົງ ຫຼື ຮັບປະກັນການເຄື່ອນໄຫວດັ່ງກ່າວໄດ້ປະຕິບັດຕາມກຳນົດເວລາ. ມະຕິກໍ່ຊີ້ແຈ້ງວ່າບັນດາການເຄື່ອນໄຫວນີ້ ແມ່ນເພື່ອຮັບໃຊ້ຄວາມຕ້ອງການທີ່ຈຳເປັນຂອງຊາວ ອັບການິດສະຖານ ແລະ ບໍ່ໄດ້ລະເມີດບັນດາມາດຕະການລົງໂທດທີ່ແນໃສ່ອົງການທີ່ກ່ຽວຂ້ອງຂອງກຳລັງຕາລີບານ.

ຕອບກັບ

ຂ່າວ/ບົດ​ອື່ນ