ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ຕໍ່​ກຳ​ນົດ​ເວ​ລາ​ໜ້າ​ທີ່​ໃຫ້​ແກ່​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ​ຢູ່ ສ.ອາ​ຟ​ຼິກ​ກາ​ກາງ

(VOVWORLD) -ມະຕິດັ່ງກ່າວ ໄດ້ຮັກສາບັນດາໜ້າທີ່ບຸລິມະສິດຂອງຄະນະ ໃນການໜູນຊ່ວຍປົກປ້ອງສາມັນຊົນ, ໜູນຊ່ວຍວິວັດການສ້າງສັນຕິພາບ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສັນຕິພາບ....
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ຕໍ່​ກຳ​ນົດ​ເວ​ລາ​ໜ້າ​ທີ່​ໃຫ້​ແກ່​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ​ຢູ່ ສ.ອາ​ຟ​ຼິກ​ກາ​ກາງ - ảnh 1

 ທະຫານຮັກສາສັນຕິພາບ ສປຊ ລາດຕາເວັນຢູ່ Bangui, ສ.ອາຟຼິກກາກາງ ເມື່ອວັນທີ 25/12/2020. (ພາບ: AFP/TTXVN)

  ວັນທີ 12 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິກ່ຽວກັບການຕໍ່ກຳນົດເວລາ ໜ້າທີ່ຂອງຄະນະຮັກສາສັນຕິພາບ ສປຊ ຢູ່ ສ.ອາຟຼິກກາກາງ ຕື່ມອີກ 12 ເດືອນ(ຈົນຮອດວັນທີ 15 ພະຈິກປີ 2022). ມະຕິດັ່ງກ່າວ ໄດ້ຮັກສາບັນດາໜ້າທີ່ບຸລິມະສິດຂອງຄະນະ ໃນການໜູນຊ່ວຍປົກປ້ອງສາມັນຊົນ, ໜູນຊ່ວຍວິວັດການສ້າງສັນຕິພາບ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສັນຕິພາບ ແລະ ໄກ່ເກ່ຍ ໂດຍລັດຖະບານ ແລະ 14 ກຸ່ມປະກອບອາວຸດລົງນາມເມື່ອເດືອນກຸມພາປີ 2019, ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳ. ຄະນະກໍ່ຈະສືບຕໍ່ບັນດາໜ້າທີ່ໜູນຊ່ວຍອຳນາດການປົກຄອງ ສ.ອາຟຼິກກາກາງ ເພື່ອດຳເນີນການເຈລະຈາດ້ານການເມືອງ ແລະ ການເລືອກຕັ້ງຂັ້ນທ້ອງຖິ່ນໃນປີ 2022, ການປະຕິຮູບຂົງເຂດຄວາມໝັ້ນຄົງ ແລະ ກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ