ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິວ່າ​ດ້ວຍ​ການ​ຮຽກ​ຮ້ອງການ​ຢຸດ​ຍິງ ຢ່າງ​ທັນ​ທີ ຢູ່​ກາ​ຊາ

(VOVWORLD) -  ມະຕິແມ່ນບາດກ້າວທີ່ຈຳເປັນທຳອິດ ເພື່ອມຸ່ງໄປເຖິງການສິ້ນສຸດສະພາບການນອງເລືອດ, ປົກປ້ອງສາມັນຊົນ ປາແລັດສະຕິນ ແລະ ນຳເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳເຂົ້າເຂດກາຊາ.

ວັນທີ 25 ມີນາ, ຢູ່ສຳນັກງານ ສປຊ, ນິວຢອກ, ອາເມລິກາ, ດ້ວຍບັດສະໜັບສະໜູນ 14 ບັດ ແລະ ບັດຂາວ 1 ບັດຂອງອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາ ມະຕິວ່າດ້ວຍການຮຽກຮ້ອງ ອິດສະລາແອັນ ແລະ ຮາມາດ ຢຸດຍິງຢ່າງທັນທີ ພ້ອມທັງປ່ອຍຕົວປະກັນໂດຍບໍ່ມີເງື່ອນໄຂ. ມະຕິກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການເປີດກວ້າງການໜູນຊ່ວຍດ້ານມະນຸດສະທຳ ແລະ ເພີ່ມທະວີການປົກປ້ອງສາມັນຊົນ ຢູ່ເຂດ ກາຊາ. ກ່າວຄຳເຫັນໃນສື່ສັງຄົມອອນໄລ X, ທ່ານເລຂາທິການໃຫຍ່ ສປຊ Antonio Guterres, ເນັ້ນໜັກວ່າ ມະຕິຕ້ອງໄດ້ຮັບການປະຕິບັດ ແລະ ການເສຍໄຊໃນການປະຕິບັດ ແມ່ນສິ່ງທີ່ບໍ່ສາມາດຍອມຮັບໄດ້.

ບັນດາປະເທດ ອາຣັບ ໄດ້ພ້ອມກັນອອກສຽງສະແດງຄວາມຊົມເຊີຍຕໍ່ມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ຢັ້ງຢືນວ່າ ມະຕິແມ່ນບາດກ້າວທີ່ຈຳເປັນທຳອິດ ເພື່ອມຸ່ງໄປເຖິງການສິ້ນສຸດສະພາບການນອງເລືອດ, ປົກປ້ອງສາມັນຊົນ ປາແລັດສະຕິນ ແລະ ນຳເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳເຂົ້າເຂດກາຊາ.

ໃນຂະນະນັ້ນ, ສື່ມວນຊົນ ອິດສະລາແອັນ ໄດ້ລົງຂ່າວ ດຳເນີນການເຈລະຈາທີ່ແກ່ຍາວໃນຫຼາຍເດືອນຜ່ານມາ ເພື່ອແນໃສ່ຊອກຫາຄຳສັ່ງຢຸດຍິງໃໝ່ ຢູ່ເຂດ ກາຊາ ໂດຍ ອາເມລິກາ, ເອຢິບ ແລະ ກາຕາ ໜູນຊ່ຽວ, ໄດ້ຕົກເຂົ້າສູ່ສະພາບການຈົນຕາແຈ ເມື່ອກຳລັງ ຮາມາດ ບໍ່ຍອມຮັບເງື່ອນໄຂກ່ຽວກັບເລື່ອງ ບັນດາກົມກອງສູ້ຮົບ ອິດສະລາແອັນ ສືບຕໍ່ມີໜ້າຢູ່ເຂດກາຊາ ໃນໄລຍະເວລາ ຢຸດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ