ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ຕ້ອງ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ສະ​ພາບ​ການ​ຄວາມ​ເຄັ່ງ​ຕຶງ​ຢູ່ ພາກ​ຕາ​ເວັນ​ອອກ​ກາງ

(VOVWORLD) - ວັນທີ 22 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ ນັດສາມັນຢູ່ ນິວຢອກ, ປະເທດ ອາເມລິກາ ເພື່ອຮັບຟັງບົດລາຍງານອັບເດດກ່ຽວກັບສະພາບການໃນຕົວຈິງຢູ່ ເຂດຕາເວັນອອກກາງ ເຊິ່ງເປັນເຂດທີີ່ພວມເກີດການປະທະກັນ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ຕ້ອງ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ສະ​ພາບ​ການ​ຄວາມ​ເຄັ່ງ​ຕຶງ​ຢູ່ ພາກ​ຕາ​ເວັນ​ອອກ​ກາງ - ảnh 1ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Tor Wennesland ຜູ້ປະສານງານພິເສດຂອງ ສປຊ ກ່ຽວກັບວິວັດການສ້າງສັນຕິພາບ ຢູ່ເຂດຕາເວັນອອກກາງ ກ່າວເຕືອນວ່າ ພາກພື້ນນີ້ພວມປະເຊີນໜ້າກັບສະພາບການຄວາມເຄັ່ງຕຶງປິ່ນທີ່ເພີ່ມຂຶ້ນໂດຍບໍ່ສາມາດຄວບຄຸມໄດ້. ບັນດາຄຳສັ່ງອົບພະຍົບລີ້ໄພ ຢ່າງຕໍ່ເນື່ອງຂອງກອງທັບອິດສະລາແອັນ ຢູ່ກາຊາ ແມ່ນໄພນາບຂູ່ຕໍ່ຊາວປາແລັດສະຕິນ, ເຊິ່ງເຮັດໃຫ້ເກີດຂຶ້ນຄວາມວິຕົກກັງວົນວ່າ ບັນດາການບໍລິການຈຳເປັນມີຄວາມສ່ຽງຖືກຕັດຂາດໂດຍໄວ.

ໃນຂະນະນັ້ນ, ທ່ານ ຜູເຊຸມ ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຈີນ ປະຈຳ ສປຊ ຕີລາຄາວ່າ ອິດສະລາແອັນ ຍັງບໍ່ທັນຢຸດບັນດາການເຄື່ອນໄຫວທາງການທະຫານຢູ່ເຂດກາຊາ, ເຮັດໃຫ້ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບເພີ່ມຂຶ້ນໃນແຕ່ລະວັນ ແລະ Tel Aviv ກໍ່ບໍ່ສົນໃຈຕໍ່ບັນດາຄຳຮຽກຮ້ອງຢຸດຍິງ. ທ່ານຢັ້ງຢືນວ່າ ມາດຕະການແກ້ໄຂດ້ານການເມືອງແມ່ນທາງອອກອັນໜຶ່ງດຽວໃຫ້ແກ່ວິກິດການໃນປັດຈຸບັນ. ທ່ານເອກອັກຄະລັດຖະທູດຈີນ ກໍ່ເລັ່ງທວງ ອິດສະລາແອັນ ປະຕິບັດທຸກພັນທະຕາມກົດໝາຍມະນຸດສະທຳສາກົນ, ລວມມີການເປີດປະຕູດ່ານຊາຍແດນໃຫ້ແກ່ເຄື່ອງຊ່ວຍເຫຼືອເຂົ້າໄປຍັງເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ