ສະພາຄວາມໝັ້ນຄົງ ສປຊ ຮຽກໂຮມປະຊຸມດ່ວນພາຍຫຼັງເຫດຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ

(VOVWORLD) - ການປະຊຸມໄດ້ຮັບການຈັດຕັ້ງຕາມຄຳຮຽກຮ້ອງຂອງບັນດາປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ຈະຈັດຂຶ້ນໃນວັນທີ 23 ພຶດສະພາ.
 
ສະພາຄວາມໝັ້ນຄົງ ສປຊ ຮຽກໂຮມປະຊຸມດ່ວນພາຍຫຼັງເຫດຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ - ảnh 1 (ພາບປະກອບຈາກ  YONHAP/ TTXVN)

ສະພາຄວາມໝັ້ນຄົງ ສປຊ ຈະດຳເນີນການປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບການຍິງທົດລອງນິວເຄຼຍຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ. ແຜນການດັ່ງກ່າວໂດຍ Uruquay, ເຊິ່ງແມ່ນປະເທດປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ ໃນປະຈຸບັນ, ລາຍງານທາງການໃນວັນທີ 21 ພຶດສະພາ. ຕາມນັ້ນແລ້ວ, ການປະຊຸມໄດ້ຮັບການຈັດຕັ້ງຕາມຄຳຮຽກຮ້ອງຂອງບັນດາປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ຈະຈັດຂຶ້ນໃນວັນທີ 23 ພຶດສະພາ. ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ໄດ້ເພີ່ມຂຶ້ນໃນສະພາບການ ສປປ ເກົາຫຼີ ດຳເນີນບັນດາເຫດຍິງທົດລອງນິວເຄຼຍກໍ່ຄືບັນດາຄວາມວິຕົກວັງວົນຕໍ່ເລື່ອງປະເທດນີ້ອາດສາມາດຈະດຳເນີນການທົດລອງນິວເຄຼຍຄັ້ງທີ 6 ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ