ສະພາຄວາມໝັ້ນຄົງ ສປຊ ເຫັນດີກ່ຽວກັບຮ່າງ ມະຕິກ່ຽວຂ້ອງເຖິງຊີຣີ

ສະພາຄວາມໝັ້ນຄົງ ສປຊ ເຫັນດີກ່ຽວກັບຮ່າງ ມະຕິກ່ຽວຂ້ອງເຖິງຊີຣີ - ảnh 1
 (ພາບ:
xaluan.com)

 (vovworld)-​​​​ ຕອນ​ເຊົ້າວັນ​ທີ 27/9, 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມໝັ້ນຄົງ ສປຊ ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ມະຕິ​ຮຽກຮ້ອງ​ໃຫ້​ຊີຣີ ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້. ​ແຕ່ມະຕິ​ສະບັບ​ນີ້​ໄດ້​ເຕື້ອງ​ເຖິງ​ຄວາມ​ສາມາດ​ຈະ​ມີ​ການ​ກະທຳ​ໃນ​ອະ​ນາດ​ຄົດ ຖ້າ​ຫາກ​ວ່າ​ຊີຣີ ບໍ່​ປະຕິບັດ​ຄຳໝັ້ນສັນຍາ.

  ອາ​ເມ​ລິ​ກາ​ ໄດ້​ເອີ້ນ​ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນ​ບາດ​ລ້ຽວທີ່​ມີ “ລັກສະນະ​ປະຫວັດສາດ“ ຍ້ອນ​ວ່າ​ມັນ​ໄດ້​ຖືຄຳໝັ້ນສັນຍາປະຕິບັດ​ຂອງ​ອຳນາດ​ການ​ປົກຄອງປະທານາທິບໍດີ​ຊີຣີ Bashar al Assad ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ສາກົນ. ນີ້​ແມ່ນມະຕິ​ສະບັບ​ອຳ​ທິດ ທີ່ 15 ປະ​ເທດ​ກຳມະການ ສະພາ​ຄວາມໝັ້ນຄົງ ສປຊ ຮັບຮອງ​ເອົານັບ​ແຕ່​ເລີ່​ມການ​ປະທະກັນຢູ່​ຊີຣີ ​ເມື່ອ​ເດືອນ 3/2011 ຜ່າ​ນມາ.

ຂ່າວ/ບົດ​ອື່ນ