ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມປະ​ຊຸມ ກ່ຽວ​ກັບ​ສະ​ພາບ​ການ ສປ​ປ.ເກົາຫຼີ

(VOVWORLD) -ໃນວັນທີ 30 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນວາລະປະຊຸມປຶກສາຫາລື ສະພາບການໃນແຫຼມເກົາຫຼີ ພາຍຫຼັງ ພຽງຢາງປະກາດທົດລອງລູກສອນໄຟໄວເໜືອສຽງ. ນີ້ແມ່ນກອງປະຊຸມລັບ ຕາມການສະເໜີຂອງ ອາເມລິກາ, ອັງກິດ ແລະ ຝລັ່ງ.



ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມປະ​ຊຸມ ກ່ຽວ​ກັບ​ສະ​ພາບ​ການ ສປ​ປ.ເກົາຫຼີ - ảnh 1ເຫດຍິງລູດສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ (ພາບ: KCNA.)

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 30 ກັນຍາ, ສື່ມວນຊົນແຫ່ງລັດ ສປປ.ເກົາຫຼີໄດ້ລົງຂ່າວ ການນຳ Kim Jong-un ໄດ້ປະຕິເສດການສະເໜີເຈລະຈາຂອງ ອາເມລິກາ. ໜັງສືພິມ Rodong Sinmun ໂດຍແມ່ນອົງການກະບອກສຽງຂອງ ພັກແຮງງານສປປ.ເກົາຫຼີ ໄດ້ຄັດສະເໜີບົດກ່າວຄຳເຫັນຂອງການນຳ Kim Jong – un ຢູ່ວາລະປະຊຸມສະພາປະຊາຊົນສູງສຸດ (SPA - ໝາຍຄວາມວ່າສະພາແຫ່ງຊາດ), ເນັ້ນໜັກວ່າ ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ ອາເມລິກາ Joe Biden ບໍ່ປ່ຽນແປງນະໂຍບາຍຍາວນານຕໍ່ ພຽງຢາງ ແລະ ສະເໜີການເຈລະຈາທີ່ບໍ່ມີເງື່ອນໄຂຂອງ ອາເມລິກາ ບໍ່ມີລັກສະນະແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ