ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ

(VOVWORLD) -    ວັນທີ 30 ມິຖຸນາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ ອາເມລິກາ ຍົກເລີກ ຫຼື ຍົກເວັ້ນການປະຕິບັດບັນດາມາດຕະການລົງໂທດແນ່ໃສ່ ອີຣານ ເຊິ່ງໄດ້ເອກະພາບກັນໃນຂໍ້ຕົກລົງນິວເຄຼຍ ປີ 2015 ເພື່ອແນໃສ່ຄວບຄຸມໂຄງການນິວເຄຼຍ ຂອງ ເຕເຮຣານ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ (ພາບ: TTXVN)

ນີ້ແມ່ນເນື້ອໃນຂອງບົດລາຍງານປະຈຳໄລຍະ 6 ເດືອນ ກ່ຽວກັບການຜັນຂະຫຍາຍມະຕິປີ 2015, ໃນນັ້ນ ລວມທັງຂໍ້ຕົກລົງນິວເຄຼຍ ລະຫວ່າງ ອີຣານ ກັບກຸ່ມ P5+1 (ອາເມລິກາ, ຝລັ່ງ, ອັງກິດ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເຊິ່ງທ່ານ Antonio Guterres ໄດ້ຍື່ນສະເໜີຕໍ່ ສະພາຄວາມໝັ້ນຄົງ ສປຊ ໃນກອງປະຊຸມທີ່ດຳເນີນໃນວັນດຽວກັນ. ການນຳ ສປຊ ກໍຮຽກຮ້ອງໃຫ້ ອີຣານ ຂະຫຍາຍບັນດາມາດຕະການຍົກເວັ້ນ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວການຄ້າໃນຂົງເຂດນ້ຳມັນບໍ່ ກັບ ອີຣານ ແລະ ສືບຕໍ່ປະຕິບັດບັນດາມາດຕະການຍົກເວັ້ນສຳລັບບັນດາໂຄງການທີ່ບໍ່ກ່ຽວຂ້ອງເຖິງການພັດທະນານິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ