ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ກ່າວ​ປະ​ນາມ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງໃຫ້ການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງ” ແລະ ມຸ່ງໄປສູ່ເປົ້າໝາຍຍູ້ການໃຊ້ຄວາມຮຸນແຮງຢູ່ອາບການນິດສະຖານໃຫ້ຖອຍໄປ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ກ່າວ​ປະ​ນາມ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ສະຖານທີ່ເກີດເຫດວາງລະເບີດ ຢູ່ອາບການິດສະຖານ (ພາບ: THX/TTXVN)

ວັນທີ 13 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ກ່າວປະນາມສະພາບການໃຊ້ຄວາມຮຸນແຮງ “ທີ່ເປັນໜ້າເຕື່ອນໄພ” ບັນດາເຫດບຸກໂຈມຈີ ຢູ່ອາບການິດສະຖານ ເພື່ອເລັ່ງໃສ່ສາມັນຊົນ. ຖະແຫຼງການໄດ້ຍົກອອກມາພາຍຫຼັງເກີດເຫດວາງລະເບີດໃສ່ລົດ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 8 ຄົນ ແລະ ຜູ້ໄດ້ຮັບບາດເຈັບ ກ່ວາ 50 ຄົນ ແລະ ທຳລາຍເຮືອນ 14 ຫຼັງ ຢູ່ແຂວງ Herat, ທາງພາກຕາເວັນຕົກ ອາບການິດສະຖານ.

ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງໃຫ້ການເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍຂອງແມ່ຍິງ” ແລະ ມຸ່ງໄປສູ່ເປົ້າໝາຍຍູ້ການໃຊ້ຄວາມຮຸນແຮງຢູ່ອາບການນິດສະຖານໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ