ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ປະ​ທານ ມາ​ລີ ພາຍ​ໃຕ້ ການ​ເປັນ​ປະ​ທານ​ຂອງ ຫວຽດ​ນາມ

(VOVWORLD) - ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ແບ່ງປັນຄວາມວິຕົກກັງວົນກັບ ທ່ານເລຂາທິການໃຫຍ່ ສປຊ ແລະ ບັນດາປະເທດກ່ຽວກັບສະພາບ ຄວາມໝັ້ນຄົງ ຢູ່ ປະເທດມາລີ, ກ່າວປະນາມບັນດາການບຸກໂຈມຕີແນໃສ່ ສາມັນຊົນ, ບັນດາກຳລັງປ້ອງກັນຄວາມສະຫງົບ ຂອງ ມາລີ ແລະ MINUSMA.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ປະ​ທານ ມາ​ລີ ພາຍ​ໃຕ້ ການ​ເປັນ​ປະ​ທານ​ຂອງ ຫວຽດ​ນາມ - ảnh 1ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ

ວັນທີ 15 ມັງກອນ, ຕາມເວລາ ອາເມລິກາ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ເພື່ອຮັບຟັງ ບົດລາຍງານຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບສະພາບການດ້ານການເມືອງ, ຄວາມໝັ້ນຄົງ ຂອງ ປະເທດມາລີ, ການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ເພື່ອແນໃສ່ຮັກສາຄວາມສະຖຽນລະພາບ ຂອງສະພາບການ ຢູ່ ປະເທດມາລີ (MINUSMA) ແລະ ປຶກສາຫາລືກ່ຽວກັບແຜນການເຄື່ອນໄຫວຂອງ MINUSMA ໃນໄລຍະຈະມາເຖິງ.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ແບ່ງປັນຄວາມວິຕົກກັງວົນກັບ ທ່ານເລຂາທິການໃຫຍ່ ສປຊ ແລະ ບັນດາປະເທດກ່ຽວກັບສະພາບ ຄວາມໝັ້ນຄົງ ຢູ່ ປະເທດມາລີ, ກ່າວປະນາມບັນດາການບຸກໂຈມຕີແນໃສ່ ສາມັນຊົນ, ບັນດາກຳລັງປ້ອງກັນຄວາມສະຫງົບ ຂອງ ມາລີ ແລະ MINUSMA. ທ່ານເນັ້ນໜັກເຖິງ ເລື່ອງປະຕິບັດຂໍ້ຕົກລົງ ອານເຊຣີ ຢ່າງຄົບຖ້ວນ ແມ່ນ ຈຳເປັນ ແລະ ສຳຄັນ ເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງ ຢູ່ ມາລີ, ພ້ອມທັງຮຽກຮ້ອງໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງສືບຕໍ່ການເຈລະຈາເພື່ອແນໃສ່ປະຕິບັດຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ