ສະພາຄວາມໝັ້ນຄົງ ສປຊຮັບຮອງເອົາ ມະຕິກ່ຽວກັບເຫດການ ເຮືອບິນ MH 17

ສະພາຄວາມໝັ້ນຄົງ ສປຊຮັບຮອງເອົາ ມະຕິກ່ຽວກັບເຫດການ ເຮືອບິນ MH 17 - ảnh 1

 (ພາບ: baobacgiang.com.vn )

 (vovworld)- ​ ​ວັນ​ທີ 21/7, ສະພາ​ຄວາມໝັ້ນຄົ​ງ ສປຊ ​ເຫັນ​ດີ​ຮັບຮອງ​ເອົາ​ມະຕິ​ຮຽກຮ້ອງ​ສາກົນ​ໄດ້​ສຳ​ພັດ​ກັບ​ສະຖານ​ທີ່​ເຮືອບິນ​ມາ​ເລ​ເຊຍ ຖືກ​ອຸບັດ​ຕິ​ເຫດ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ກໍ່​ຄື​ຢຸດຕິ​ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ​ໃນ​ພາກ​ພື້ນ. ມະຕິ​ກໍ່​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສາກົນ​ເອກະລາດ ​ແລະ ຮອບດ້ານ​ກ່ຽວ​ກັບ​ເຫດການ​ນີ້. ການ​ປ່ອນ​ບັດ​ຂອງສະພາ​ຄວາມໝັ້ນຄົງ ສປຊ ດຳ​ເນີນ​ໄປ​ພາຍຫຼັງ​ການ​ເຈລະຈາ​ຢ່າງ​ເຄັ່ງ​ຕຶງຍ້ອນ​ການ​ຄັດຄ້ານ​ຂອງ​ລັດ​ເຊຍ​ຕໍ່ບາງ​ຂໍ້​ມາດຕາ​​ໃນ​ຮ່າງ​ມະຕິ​ໂດຍ​ອົດ​ສະ​ຕາ​ລີ​ສະ​ເໜີ. ທ່ານນາງ Samantha Power ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ ສປຊ ສືບ​ຕໍ່​ຮຽກຮ້ອງ​ລັດ​ເຊຍ ນຳ​ໃຊ້​ຜົນ​ສະທ້ອນ​ຂອງ​ຕົນ​ເພື່ອ​ຮັບປະກັນ​ກຳລັງ​ປະກອບອາວຸດທ່ວງ​ໃຫ້​ການ​ຫັນ​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ​ເປັນ​ສະຫະພັນ ປະຕິບັດ​ຕາມ​ມະຕິ​ຫາ​ກໍ່​ຮັບຮອງ​ເອົາ. ຕາມ​ທ່ານ​ນາງ Samantha Power, ມະຕິ​ຈະ​ບໍ່​ມີ​ຄຸນຄ່າ​ຖ້າ​ຫາກ​ວ່າ​ລັດ​ເຊຍ ບໍ່​ຊຸກຍູ້​ບັນດາ​ກຳລັງ​ປະກອບ​ອາວຸດ​ອະນຸຍາດ​ໃຫ້​ສຳ​ພັດ​ກັບ​ສະຖານ​ທີ່​ເຮືອບິນ​ຖຶກອຸບັດ​ຕິ​ເຫດ. ​ໃນ​ຂະນະ​ນັ້ນ, ທ່ານ Vitaly Churkin ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳ ສປຊ ກ່າວ​ເຕືອນ​ວ່າ, ບໍ່​ຄວນ​ຟ້າວ​ຟັ່ງ​ຍົກ​ອອກ​ຂໍ້​ສະຫລຸບ​ກ່ຽວ​ກັບ​ເລື່ອງ​ໃຜ​ຈະ​ມີ​ຄວາມ​ຮັບຜິດຊອບ​ຕໍ່​​ເຫດການ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ