ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່າວປະນາມບັນດາເຫດບຸກໂຈມຕີຢູ່ ອາບການິດສະຖານ

(VOVWORLD) - ວັນທີ 03 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ອອກຖະແຫຼງການຢ່າງຂ້ຽວຂາດທີ່ສຸດ ຊຶ່ງກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍສຸດໂຫດທີ່ເກີດຂຶ້ນຢູ່ປະເທດ ອາບການິດສະຖານ ໃນອາທິດຜ່ານມາ.
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່າວປະນາມບັນດາເຫດບຸກໂຈມຕີຢູ່ ອາບການິດສະຖານ - ảnh 1 ກອງປະຊຸມຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢູ່ນິວຢອກ ອາເມລິກາ ໃນວັນທີ 2/8. ( ພາບ: THX/TTXVN)

ໃນຖະແຫຼງການ, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຢືນຢັນຄືນໃໝ່ວ່າ ການກໍ່ການຮ້າຍພາຍໃຕ້ທຸກຮູບການ ແມ່ນໜຶ່ງໃນບັນດາໄພນາບຂູ່ຢ່າງຮ້າຍແຮງທີ່ສຸດຕໍໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ບັນດາສະມາຊິກເນັ້ນໜັກເຖິງເລື່ອງ ຕ້ອງບັງຄັບພວກປະຕິບັດ, ພວກຈັດຕັ້ງ ແລະ ພວກໜູນຫຼັງບັນດາການບຸກໂຈມຕີ ຕ້ອງຮັບຜິດຊອບກ່ຽວກັບການກະທຳກໍ່ການຮ້າຍຂອງມັນ ແລະ ຖືກລົງໂທດ. ຖະແຫຼງການກະຕຸກຊຸກຍູ້ບັນດາປະເທດຕັ້ງໜ້າຮ່ວມມືກັບລັດຖະບານ ອາບການິດສະຖານ ເພື່ອຕ້ານການກໍ່ການຮ້າຍ, ໃນຂອບເຂດພັນທະຂອງເຂົາເຈົ້າຕາມກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ