ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງເອົາມະຕິ ວ່າດ້ວຍການປົກປ້ອງເດັກນ້ອຍໃນບັນດາການປະທະກັນ

(VOVWORLD) -ວັນທີ 9 ກໍລະກົດ, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ ດ້ວຍຈຸດປະສົງສ້າງຂອບເຂດຈໍາກັດ ເພື່ອຫັນເປັນລະບົບເລື່ອງປົກປ້ອງ, ຮັບປະກັນສິດ ແລະ ສະຫວັດດີການຂອງເດັກນ້ອຍ ຢູ່ບັນດາເຂດເກີດມີການປະທະກັນທີ່ນໍາໃຊ້ອາວຸດ.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງເອົາມະຕິ ວ່າດ້ວຍການປົກປ້ອງເດັກນ້ອຍໃນບັນດາການປະທະກັນ - ảnh 1ກອງປະຊຸມ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢູ່ນິວຢອກ ໃນວັນທີ 9/7 

(ພາບ: THX/ TTXVN)

ມະຕິເລກທີ 2427,ໄດ້ຮັບຄວາມເຫັນດີ ແລະ ຮັບຮອງເອົາຈາກສະມາຊິກ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທັງໝົດ 15 ສະມາຊິກ, ເຊິ່ງໄດ້ກ່າວປະນາມຢ່າງແຮງ ກ່ຽວກັບເລື່ອງບັນດາຝ່າຍທີ່ເຂົ້າຮ່ວມສົງຄາມ ແລະ ໃຊ້ເດັກນ້ອຍເປັນນັກຮົບ ກໍຄື ການເຂັ່ນຂ້າ, ຂົ່ມຂືນ ແລະ ມີບັນດາການກະທໍາ ໃຊ້ຄວາມຮຸນແຮງທາງເພດສຳພັນສໍາລັບເດັກນ້ອຍ. ມະຕິສະບັບດັ່ງກ່າວ ກໍໄດ້ກ່າວປະນາມບັນດາການບຸກໂຈມຕີ ທີ່ເລັ່ງໃສ່ໂຮງໝໍ, ໂຮງຮຽນ ແລະ ເລື່ອງບັນດາຝ່າຍເຂົ້າຮ່ວມການປະທະກັນ ທີ່ກີດຂວາງການເຄື່ອນໄຫວກູ້ໄພກູ້ຊີບເດັກນ້ອຍຢູ່ບັນດາເຂດປະທະກັນນັ້ນ. ມະຕິສະບັບດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງທັງໝົດ ຕ້ອງຢຸດຕິບັນດາການກະທໍາດັ່ງກ່າວ ແລະ ມີບັນດາມາດຕະການພິເສດ ເພື່ອປົກປ້ອງເດັກນ້ອຍ ຢ່າງທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ