ສະ​ພາ​ຄວາມ​ໝັ້ນ​ຄົງ ຮັບ​ຮອງ​ເອົາ​ມະ​ຕິ​ຕໍ່​ກຳ​ນົດ​ເວ​ລາ​ປະ​ຕິ​ບັດ​ໜ​້າ​ທີ່​ຂອງ​ຄ​ະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ກົງ​ໂກ

(VOVWORLD) -ວັນທີ 20 ທັນວາ, ສະພາຄວາມໝັ້ນຄົງ ສປຊ  ໄດ້ຮັບຮອງເອົາມະຕິເລກທີ 2612 ວ່າດ້ວຍການຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງ ຄະນະຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ (MONUSCO) ແລະ ປຶກສາຫາລືກ່ຽວກັບສະພາບການ ຢູ່ ຊີຣີ ແລະ ເອທີໂອປີ.
ສະ​ພາ​ຄວາມ​ໝັ້ນ​ຄົງ ຮັບ​ຮອງ​ເອົາ​ມະ​ຕິ​ຕໍ່​ກຳ​ນົດ​ເວ​ລາ​ປະ​ຕິ​ບັດ​ໜ​້າ​ທີ່​ຂອງ​ຄ​ະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ກົງ​ໂກ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 

ກ່ຽວຂ້ອງເຖິງສະພາບການຢູ່ ຊີຣີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງມີການເຈລະຈາດ້ວຍລັກສະນະສ້າງສັນ ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຍຸດທະສາດໜູນຊ່ວຍຟື້ນຟູພາຍຫຼັງການປະທະກັນຢ່າງຮອບດ້ານ ແນໃສ່ຮັບປະກັນກຳລັງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ ຊີຣີ.

ໃນວັນດຽວກັນ, ກ່າວຄຳເຫັນທີ່ວາລະປຶກສາຫາລືຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການມະນຸດສະທຳຢູ່ ເອທີໂອປີ ພາຍໃຕ້ຫົວຂໍ້ “ບັນດາບັນຫາອື່ນ”, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງບັນດາອົງການ ສປຊ ໃນການໜູນຊ່ວຍການເຄື່ອນໄຫວມະນຸດສະທຳຢູ່ປະເທດນີ້. ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນ, ພິເສດແມ່ນ ສະຫະພາບ ອາຟະລິກາ, ຊ່ວຍເຫຼືອບັນດາຝ່າຍຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ເອທີໂອປີ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ