ສະພາຄວາມໝັ້ນຄົງປສຊຈັດກອງປະຊຸມກ່ຽວກັບຂໍ້ສະເຫນີຂອງລັດເຊຍສຳລັບຊີຣີ

ສະພາຄວາມໝັ້ນຄົງປສຊຈັດກອງປະຊຸມກ່ຽວກັບຂໍ້ສະເຫນີຂອງລັດເຊຍສຳລັບຊີຣີ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 11/9 ຜູ້ຕາງຫນ້າ​ຂອງ 5 ປະ​ເທດ​ສະມາຊິກ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສປຊ ຊື່​ງລວມມີ: ອາ​ເມ​ລິ​ກາ, ອັງກິດ, ຈີນ, ຝລັ່ງ ​ແລະ ລັດ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຢູ່​ສຳນັກງານ ສປຊ ຢູ່ ນະຄອນ ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້ສະ​ເຫ​ນີຂອງ​ລັດ​ເຊຍ​ ​ຕັ້ງ​ສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້ ພາຍ​​ໃຕ້​ການ​ຄວບ​ຄຸມ​ຂອງປະຊາ​ຄົມ​ສາກົນ. ຕາມ​ແຫ​ລ່ງຂ່າ​ວທາງ​ການ​ທູດ, ​ໃນ​ບັນດາ​ຫົວ​ເລື່ອງ​ຊື່​ງ 5 ປະ​ເທດ​ສະມາຊິກ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສປຊ ມີຮ່າງມະຕິໂດຍ ຝລັ່ງ ສະເຫນີ, ໃນນັ້ນມີຄຳຂາດບັງຄັບ​​ໃຫ້ປະທານາທິບໍດີ ຊີຣີ Bashar Al Assad ຕ້ອງປະລະສາງອາວຸດເຄມີ ຫລື ຈະປະເຊີນຫນ້າກັບບັນດາມາດຕະການລົງໂທດ. ເຖິງຢ່າງໃດກໍຕາມ, ຮ່າງມະຕິດັ່ງກ່າວພວມຖືກ ລັດເຊຍ ຄັດຄ້ານ. ໃນຂະນະນັ້ນ, ຫລາຍປະເທດສືບຕໍ່ສະແດງຄວາມຊົມເຊີຍເລື່ອງລັດເຊຍ ສະເຫນີ ຕັ້ງສາງອາວຸດເຄມີຂອງຊີຣີ ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ປະຊາ​ຄົມ​ສາກົນ. ສ່ວນ​ທ່ານ Alexei Pushkov ປະທານ​ຄະນະ​ກຳມາ​ທິການການ​ຕ່າງປະ​ເທດ ຂອງ​ສະພາ​ຕຳ່​ລັດ​ເຊຍ ​ໄດ້​ຖະ​ແຫລ​ງວ່າ: ປະ​ເທດ​ນີ້ ມີ​ພະຍານ​ຫລັກ​ຖານ​ກ່ຽວ​ກັບ​ເລື່ອງ​ຝ່າຍ​ຄ້ານ​ຢູ່ ຊີ​ຣີ ກຳມະສິດ ​ແລະ ນຳ​ໃຊ້ ອາວຸ​​ດ​ເຄມີ.

ຂ່າວ/ບົດ​ອື່ນ