ສະພາຄວາມໝັ້ນຄົງສປຊ ຈະດຳເນີນກອງປະຊຸມດ່ວນພາຍຫຼັງ ສປປ.ເກົາຫຼີ ທົດລອງນິວເຄຼຍ

(VOVWORLD) -ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມດ່ວນໃນວັນທີ 04 ກັນຍາ, ເພື່ອປຶກສາຫາລືກ່ຽວກັບປະຕິກິລິຍາຂອງສາກົນ ຕໍ່ເລື່ອງທົດລອງນິວເຄຼຍຂອງສປປ.ເກົາຫຼີ.
ສະພາຄວາມໝັ້ນຄົງສປຊ ຈະດຳເນີນກອງປະຊຸມດ່ວນພາຍຫຼັງ ສປປ.ເກົາຫຼີ  ທົດລອງນິວເຄຼຍ - ảnh 1 (ພາບປະກອບ: THX/TTXVN)

ບັນດາປະເທດອາເມລິກາ, ອັງກິດ, ຝລັ່ງ, ຍີ່ປຸ່ນ ແລະ ສ.ເກົາຫຼີ ສະເໜີຈັດກອງປະຊຸມດັ່ງກ່າວ. ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມເຫດຍິງທົດລອງນິວເຄຼຍຂອງ ສປປ.ເກົາຫຼີ ແມ່ນໄດ້ກໍ່ຄວາມຂາດສະຖຽນລະພາບຢ່າງຮ້າຍແຮງຢູ່ພາກພື້ນ, ພ້ອມທັງຮຽກຮ້ອງໃຫ້ພຽງຢາງ ຢຸດຕິບັນດາການກະທຳທີ່ຄ້າຍຄືກັນ. ໃນຖະແຫຼງການທີ່ແຂງກະດ້າງໃນ Twitter, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ອາເມລິກາ ພວມຊັ່ງຊາເລື່ອງຢຸດຕິການພົວພັນດ້ານການຄ້າກັບບໍ່ວ່າປະເທດໃດທີ່ທຳມາຄ້າຂາຍກັບສປປ.ເກົາຫຼີ. ສ່ວນທ່ານປະທານາທິບໍດີລັດເຊຍ Vladimir Putin ຖືວ່າ, ເລື່ອງພຽງຢາງ ປະກາດທົດລອງລະເບີດ H – Bomb ຢ່າງສຳເລັດຜົນ ແມ່ນໄພນາບຂູ່ຕໍ່ສັນຕິພາບຢູ່ພາກພື້ນ, ພ້ອມທັງຮຽກຮ້ອງບັນດາຝ່າຍຄວນລະງັບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ