ສະພາຄວາມໝັ້ນຄົງສປຊກ່າວປະນາມການເຄື່ອນໄຫວທົດລອງນິວເຄຼຍຂອງສປປ.ເກົາຫຼີ

ສະພາຄວາມໝັ້ນຄົງສປຊກ່າວປະນາມການເຄື່ອນໄຫວທົດລອງນິວເຄຼຍຂອງສປປ.ເກົາຫຼີ - ảnh 1
ສປປ. ເກົາຫຼີ ປະກາດທົດລອງລູກສອນໄຟຈາກກຳ່ປັ່ນດຳນຳ້
(ພາບ: KCNA)

(vovworld) – ວັນ​ທີ 1/6, 15 ປະ​ເທດ​​ກຳມະການ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ອອກ​ຖະ​ແຫຼ​ງການ “ກ່າວ​ປະນາມຢ່າງ​ແຮງ” ບັນດາ​ເຫດ​ທົດ​ລອງ​ນິວເຄຼຍທີ່​ຖືກ​​ປະລາ​​ໄຊ​ຂອງ ສປປ ​ເກົາຫຼີ ​ໃນ​ວັນ​ທີ 27 – 28/4 ​ແລະ 31/5 ຜ່ານ​ມາ. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ​ບັນດາ​ເຫດ​ທົດ​ລອງ ລູກ​ສອນ​ໄຟນິວ​ເຄຼຍຢ່າງ​ຕໍ່​ເນື່ອງ​ແມ່ນ​ກາ​ນລະ​ເມີດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກ​ົນຢ່າງ​ໜັກໜ່ວງຂອງ​ພຽງ​ຢາງພາຍ​ໃຕ້​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ. ບັນດາ​ປະ​ເທດ​ຖື​ວ່າ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ພັດທະນາ​ລະບົບ​ອາວຸດ​ນິວ​ເຄຼຍຂອງ ພຽງ​ຢາງ ​ແລະ ​ເຮັດ​ໃຫ້​​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນຕື່ມ​ອີກ. ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ສະ​ແດງ “ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ” ​ບັນດາ​ເຫ​ດຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ ​ແລະ ອີກ​ຄັ້ງ​ໜຶ່ງ​ໄດ້​ກຸະຕຸກ​ຊຸກຍູ້​ປະ​ເທດ​ນີ້​ລະງັບ​ໃຈ ​ບໍ່​ໃຫ້​ດຳ​ເນີນການ​ກະທຳ​ທີ່ຄ້າຍຄື​ກັນ​ໃນ​ອະນາ​ຄົດ. ຄຽງ​ຄູ່​ກັນ​ນັ້ນ, ສະພາ​ຄວາມ​ໝັ້ນຄົງ ສປຊ ກໍ່​ຮຽກຮ້ອງ​ໃຫ້​ບັນດາປະ​ເທດ​ສະມາຊິກທັງ​ໝົດ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລົງ​ໂທດ​ໂດຍສະພາ​ຄວາມ​ໝັ້ນຄົງ​ຈັດ​ວາງ​ຕໍ່ພຽງ​ຢາງ, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ຮອບດ້ານ​ໃນ​ມະຕິ 2270 ​​ເຊິ່ງໄດ້​ຮັບຮອງ​ເອົາ​ໃນ 2016.


ຂ່າວ/ບົດ​ອື່ນ