ສະພາຄວາມໝັ້ນຄົງສປຊກ່າວປະນາມຢ່າງຮຸນແຮງເລື່ອງISປະຫານຊີວິດຕົວປະກັນຊາວຈີນແລະນອກແວ

ສະພາຄວາມໝັ້ນຄົງສປຊກ່າວປະນາມຢ່າງຮຸນແຮງເລື່ອງISປະຫານຊີວິດຕົວປະກັນຊາວຈີນແລະນອກແວ - ảnh 1
ສະພາຄວາມໝັ້ນຄົງສປຊກ່າວປະນາມຢ່າງຮຸນແຮງເລື່ອງ
ISປະຫານຊີວິດຕົວປະກັນຊາວຈີນແລະນອກແວ
(ພາບ: AP)

(vovworld) – ວັນ​ທີ 19/11, ສະພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ອອກ​ແຈ້ງ​ຂ່າວກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ເລື່ອງ IS ປະ​ຫານ​ຊີ​ວິດ​ຕົວ​ປະ​ກັນ​ຊາວ​ຈີນ ຟານ​ຢິງ​ຮຸຍ ແລະ ​​ຕົວ​ປະ​ກັນ​ຊາວນອກ​ແວ ole Johan Grimsgaard Ofstad, ຖື​ວ່າ ນີ້​ແມ່ນ​ບັນ​ດາ​ການ​ກະ​ທຳໂຫ​ດ​ຮ້າຍ​ສາ​ມານ ແລະ ​ຕ່ຳ​ຕ້ອຍຂອງ IS. ​ ບັນ​ດາ​ໂທດ​ກຳ​ນີ້ໄດ້​ພິສຸດ​ໃຫ້​ເຫັນການ​ກະ​ທຳໂຫ​ດ​ຮ້າຍ​ສາ​ມານ​ຂອງ IS ແລະ IS ຕ້ອງ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ກະ​ທຳທີ່​ເຂົາ​ເຈົ້າ​​ໄດ້​ກໍ​ຂຶ້ນສຳ​ລ​ັບ​ບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ, ເຊື້ອ​ຊາດ​​ຕ່າງ​ກັນ. ບັນ​ດາ​ການ​ກະ​ທຳ​ນີ້ບໍ່​ສົນ​ໃຈ​ເຖິງບໍ່​ວ່າ​ຄຸນ​ຄ່າ​ພື້ນ​ຖານ​ໃດໆ​ຂອງມວນ​ມະ​ນຸດ. ບັນ​ດາ​ປະ​ເທດ​ຄະ​ນະ​ກ​ຳ​ມະ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ເນັ້ນ​ໜັກ​ວ່າ, ຕ້ອງ​ນຳ​ບັນ​ດາ​ພວກກໍ່​ການ​ຮ້າຍ​ທີ່​ໂຫດ​ຮ້າຍ​ສາ​ມານນີ້​ມາ​ພິ​ພາກ​ສາ​ຕໍ່​​ສານ.

ຂ່າວ/ບົດ​ອື່ນ