ສະພາຄວາມໝັ້ນຄົງສປຊກ່າວເຕືອນສະພາບໃຊ້ຄວາມຮຸນແຮງຢູ່ຊູດານໃຕ້

ສະພາຄວາມໝັ້ນຄົງສປຊກ່າວເຕືອນສະພາບໃຊ້ຄວາມຮຸນແຮງຢູ່ຊູດານໃຕ້ - ảnh 1
ເຫດ​ບຸກ​ໂຈມ​ຕີ​ເຮັດ​ໃຫ້​ປະ​ຊາ​ຊົນ​ຫລາຍ​ຄົນ​ຕ້ອງ​ຫນີ​ອອກ​ຈາກ​ບ້ານ
ພາບ: UNMISS

(vovworld)- ວັນ​ທີ 19/2, ສ​ະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ໄດ້​ອອກ​ແຈ້ງ​ການ​ຫນັງ​ສື​ພິມ​ກ່າວ​ເຕືອນ​ກ່ຽວ​ກັບ​ສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ​ປີນ​ຂັ້ນ​ໄດ ແລະ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ຢູ່ ຊູ​ດານ​ໃຕ້ ພ້ອມ​ທັງ​ກ່າວ​ປະ​ນາມ​ທຸກ​ການ​ກະ​ທຳ​ບຸກ​ໂຈ​ມ​ຕີ ແລະ ເກາະ​ຜິດ ຂອງ​ບັນ​ດາ​ມື​ປືນ ແນ​ໃສ່​ສາ​ມັນ​ຊົນ ແລະ ລັດ​ຖະ​ກອນ ສ​ປ​ຊ ພວມ​ເຄື່ອນ​ໄຫວ​ຢູ່​ປະ​ເທດນີ້. ໃນ​ແຈ້ງ​ການ, ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ ອົງ​ການນີ້ ໄດ້​ກ່າວ​ປະ​ນາມ​ເຫດ​ບັນ​ດາ​ມື​ປືນ ຢູ່ ຊູ​ດານ​ໃຕ້ ບຸກ​ໂຈມ​ຕີ​ບັນ​ດາ​ສາ​ມັນ​ຊົນ​ພວມ​ອາ​ໃສ​ຊົ່ວ​ຄາວ​ຢູ່​ຖາ​ນ​ທີ່​ໝັ້ນ​ຂອງ ຄະ​ນະ​ຜູ້​ຕາງ​ຫນ້າ ສ​ປ​ຊ ຢູ່ ຊູ​ດານ​ໃຕ້ ເມື່ອ​ວັນ​ທີ 17/2 – 18/2 ເຮັດໃຫ້ 18 ຄົນ​ເສຍ​ຊີ​ວິດ ແລະ 50 ຄົນ​ຖືກ​ບາດ​ເຈັບ. ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ໃຫ້ ລັດ​ຖະ​ບານ ຊູ​ດານ​ໃຕ້ ຕ້ອງ​ສ​ືບ​ສວນ​ສອບ​ສວນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ ແລະ ນຳ​ພວກ​ບຸກ​ໂຈມ​ຕີ​ຂຶ້ນ​ສານ​ພິ​ພາກ​ສາ.

 

 

ຂ່າວ/ບົດ​ອື່ນ