ສະພາຄວາມໝັ້ນຄົງສປຊຈະອອກມະຕິໃໝ່ກ່ຽວກັບສປປ.ເກົາຫຼີໂດຍໄວ

ສະພາຄວາມໝັ້ນຄົງສປຊຈະອອກມະຕິໃໝ່ກ່ຽວກັບສປປ.ເກົາຫຼີໂດຍໄວ - ảnh 1
ລູກສອນໄຟຂອງ ສປປ ເກົາຫຼີ
(ພາບ: bbc.com)

(vovworld) – ວັນ​ທີ 7/2, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ດ່ວນ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ເຫດການ​ທົດລອງ​ຍິງລູກ​ສອນ​ໄຟ​ໄລຍະ​ໄກສົ່ງດາວ​ທຽມ​ຂອງ ສປປ. ​ເກົາຫຼີ. ​ເມື່ອສິ້ນ​ສຸດ​ການ​​ປະຊຸມ​ລັບ, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ອອກ​ຖະ​ແຫຼງການ​ກ່າວ​ປະນາມ​ການ​ກະທຳ​ນີ້​ຂອງ ພຽງ​ຢາງ, ພ້ອມ​ທັງ​ປະກາດ​ຈະ​​ແຈ້ງ​ໃຫ້​ຊາບ​​ໃຊ້​ມະຕິ​ໃໝ່​ເພື່ອ​ໂຕ້​ຕອບ “ບັນດາ​ການກະທຳ​ລະ​ເມີດອັນຕະລາຍ” ນີ້​​ໂດຍ​ໄວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະພາ​ຄວາມ​ໝັ້ນຄົງ ສປຊ ກໍ​ສະ​ແດງ​ຄຳ​ຕັດສິນ​ໃຈ​ສືບ​ຕໍ່​ຊອກ​ຫາ​ມາດ​ຕະການ​ສັນຕິພາບ, ການ​ທູດ ​ແລະ ການ​ເມືອງ​ເພື່ອ​ຊຸກຍູ້​ວິວັດ​ການ​ປອດ​ນິວ​ເຄຼຍ​ໃນ​ແຫຼມ ​ເກົາຫຼີ. ກອງ​ປະ​ຊຸມດ່ວນ​ຂອງ ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ດຳ​ເນີນ​ຕາມ​ຂໍ້​ສະ​ເໜີ​ຂອງ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ. ຮອດຈຸດ​ເວລາ​ນີ້, ສປປ ​ເກົາຫຼີ ຍັງ​ຢັ້ງຢືນ​ເຫດ​ຍິງ​ດາວ​ທຽມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ຈຸດປະສົງ​ວິທະຍາສາດ, ​ແຕ່ ອາ​ເມ​ລິ​ກາ, ສ. ​ເກົາຫຼີ ​ແລະ ຫຼາຍ​ປະ​ເທ​ດອື່ນໆ​ລ້ວນ​ແຕ່​ຖື​ວ່າ: ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ ​ແມ່ນ​ບັນດາ​ເຕັກ​ໂນ​ໂລ​ຢີ​ໄດ້​ນຳ​ໃຊ້​ໃຫ້​ທັງ​ຈຸດປະສົງ​ພົນລະ​ເຮືອນ ​ແລະ ການ​ທະຫານ.


ຂ່າວ/ບົດ​ອື່ນ