ສະພາຄວາມໝັ້ນຄົງສປຊປຶກສາຫາລືກ່ຽວກັບຄວາມເຄັ່ງຕຶງລະຫວ່າງອິນເດຍແລະປາກິດສະຖານ

(VOVWORLD) -ວັນທີ 16 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມລັບ ເພື່ອປຶກສາຫາລືກ່ຽວກັບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນລະຫວ່າງອິນເດຍ ແລະ ປາກິດສະຖານ ກ່ຽວຂ້ອງເຖິງບັນຫາ Kashmir.

ເຖິງຢ່າງໃດກໍ່ຕາມ, ກອງປະຊຸມໄດ້ສິ້ນສຸດລົງໂດຍບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງຈະແຈ້ງໃດ. ໂປໂລຍ, ເຊິ່ງແມ່ນປະເທດພວມດຳລົງຕຳແໜ່ງປະທານໝູນວຽນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນນີ້, ໄດ້ປະຕິເສດການຍົກອອກແຈ້ງການຍ້ອນມີທັດສະນະບໍ່ລົງລອຍກັນລະຫວ່າງບັນດາປະເທດສະມາຊິກ. ໃນຂະນະນັ້ນ, ທ່ານ Dmitry Polyanskiy, ຮອງຜູ້ຕາງໜ້າຂອງລັດເຊຍ ປະຈຳຢູ່ສະຫະປະຊາຊາດ, ໃຫ້ຮູ້ທີ່ກອງປະຊຸມວ່າ, ຈີນ ຖືວ່າ ຄວາມເຄັ່ງຕຶງລະຫວ່າງອິນເດຍ ແລະ ປາກິດສະຖານ ທີ່ກ່ຽວຂ້ອງເຖິງການຂັດແຍ້ງທາງດ້ານຜືນແຜ່ນດິນຢູ່ເຂດ Kashmir ນັ້ນ ແມ່ນບັນຫາສາກົນ, ແຕ່ບັນດາປະເທດສະມາຊິກອື່ນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຖືນີ້ແມ່ນບັນຫາ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ