ສະພາຄວາມໝັ້ນຄົງສປຊປະຕິເສດຄຳຖະແຫຼງອະທິປະໄຕຂອງອິດສະຣາແອນສຳລັບGolan

ສະພາຄວາມໝັ້ນຄົງສປຊປະຕິເສດຄຳຖະແຫຼງອະທິປະໄຕຂອງອິດສະຣາແອນສຳລັບGolan - ảnh 1
ເຂດພູພຽງ Golan
(ພາບ: EPA)

(vovworld) –  ວັນ​ທີ 26/4, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ປະຕິ​ເສດ​ຄຳ​ຖະ​ແຫຼ​ງອະທິປະ​ໄຕ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ ​Benjamin Netanyahu ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ປະ​ເທດ​ນີ້​ສຳລັບ​ເຂດ​ພູ​ພຽງ Golan, ​ເຊິ່ງ​ແມ່ນ​ເຂດ​ດິນ​ແດນ​ຖືກ ອິດສະຣາ​ແອນ ຢຶດຄອງ​ມາ​ຈາກ ຊີຣີ ​ແຕ່​ປີ 1967. ດ້ວຍ​ຖານະ​ເປັນ​ປະທານ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ເດືອນ​ນີ້, ທ່ານ ​ເອກ​ອັກຄະ​ລັດຖະທູດ ຈີນ ຫຼິວ​​ແຢນຊີ, ​ໄດ້​​ເຕື້ອງ​ເຖິງ​ມະຕິ​ 1981 ​ໂດຍ​ກຳ​ນົດວ່າ: ​ເລື່ອງ ອິດສະຣາ​ແອນ “ຕັດສິນ​ໃຈ​ຈັດ​ວາງ​ກົດໝາຍ, ສິດ​ອຳ​ນາດ ​ແລະ ການ​ຄຸ້ມ​ຄອງ​ບໍລິຫານ​ຢູ່​ພູ​ພຽງ Golan ຖືກ​ຄວບຄຸມ​ຈາກ ຊີຣີ ​ແມ່ນ​ບໍ່​ມີ​ຄຸນ​ຄ່າ ​ແລະ ບໍ່​ມີ​ຜົນ​ສະທ້ອນ​ດ້ານ​ກົດໝາຍສາກົນໃດໆ”. ທ່ານ ຫຼິວ ກໍ່​ໃຫ້​ຮູ້​ວ່າ: ບັນດາ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ ສປຊ “​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ” ກ່ຽວ​ກັບ​ບັນດາ​ຖະ​ແຫຼ​ງການ​ຂອງ ອິດສະຣາ​ແອນ ​ແລະ ​ເນັ້ນ​ໜັກ​ທີ່​ຕັ້ງ​ບົດບາ​ດຂອງ Golan ບໍ່​ສາມາດ​ປ່ຽນ​​ແປງ​​ໄດ້. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ກົດ​ດັນຈາກ​ບັນດາ​ປະ​ເທດ ອາຣັບ, ສະພາ​ຄວາມ​ໝັ້ນຄົງ ສປຊ ບໍ່​ຍົກ​ອອກ​ບໍ່​ວ່າ​ຄຳ​ຖະ​ແຫຼ​ງຢ່າງ​​ແຂງ​ແຮງ​ໃດ​ກໍ່ຄື​ຮຽກຮ້ອງ​​ໃຫ້ ອິ​ດສະຣາ​ແອນ ຖອນອອກ​ຈາກ​ເຂດ​ກ້ວາງ 1.200 ​ກິ​ໂລຕາແມັດ​ນີ້.


ຂ່າວ/ບົດ​ອື່ນ