ສະພາຄວາມໝັ້ນຄົງສປຊມີ5ປະເທດສະມາຊິກບໍ່ປະຈຳໃຫມ່

ສະພາຄວາມໝັ້ນຄົງສປຊມີ5ປະເທດສະມາຊິກບໍ່ປະຈຳໃຫມ່ - ảnh 1
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(vovworld)-  ​​ ​ວັນ​ທີ 15/10, ກອງ​ປະ​ຊຸມສະ​ມ​ັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ 5 ປະ​ເທດ​ສະ​ມາ​ຊິກບໍ່​ປະ​ຈຳ ໃຫມ່ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ. ບັນ​ດາ​ປ​ະ​ເທດ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ນັ້ນ​ແມ່ນ: ອີ​ຢີບ, ຍີ່​ປຸ່ນ, ເຊ​ເນ​ການ, ຢູ​ແກຼນ ແລະ ອູ​ຣູ​ກວາຍ, ໃນ​ນັ້ນ ອີ​ຢີບ ຍາດ​ໄດ້ ບັດ​ສະ​ຫນັບ​ສະ​ຫນູນ 179 ບັດ, ຍີ່​ປຸ່ນ ຍາດ​ໄດ້ 184 ບັດ, ເຊ​ເນ​ການ ຍາດ​ໄດ້ 187 ບັດ, ຢູ​ແກຼນ​ ຍາດ​ໄດ້ 177 ບັດ ແລະ ອູ​ຣູກວາຍ ຍາດ​ໄດ້ 185 ບັດ. ບັນ​ດາ​ສະ​ມາ​ຊິກ​ໃຫ​ມ່ ຈະ​ເລີ່ມ​ອາ​ຍຸ​ການ​ 2 ປີ ຢູ່ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແຕ່​ເດືອນ 1/2016 ແທນ​ໃຫ້​ບັນ​ດາ​ປ​ະ​ເທດ ຄື: ຈີ​ເລ, ຈໍ​ແດນ, ລີດ​ວາ, ນີ​ເຢ​ຣີ​ອາ ແລະ ຊາດ (Chad). ສະ​ພາ​ຄວາມ​ໝັ້ນ​ຄົງ ລວມມີ 15 ປະ​ເທດ​ສະ​ມາ​ຊີກ, ໃນ​ນັ້ນ ມີ 5 ປະ​ເທດ​ສະ​ມາ​ຊີກ​ປະ​ຈຳ ນັ້ນ​ແມ່ນ ອັງ​ກິດ, ຝ​ລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ​ຈີນ  ແລະ 10 ປະ​ເທດ ບໍ່​ປະ​ຈຳ​ອີກ.

 

 

 

 

ຂ່າວ/ບົດ​ອື່ນ