ສະພາຄວາມໝັ້ນຄົງສປຊອາດຈະຈັດກອງປະຊຸມດ່ວນກ່ຽວກັບເລື່ອງສປປ.ເກົາຫຼີຍິງລູກສອນໄຟນຳວິຖີ

(VOVWORLD) -ລັດຖະບານສ.ເກົາຫຼີ ໃຫ້ຮູ້ວ່າ, ໃນຕົ້ນອາທິດຈະມາເຖິງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາດຈະຈັດກອງປະຊຸມດ່ວນກ່ຽວກັບປະຕິກິລິຍາ ຕໍ່ເຫດຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) Hwasong 14 ຂອງສປປ.ເກົາຫຼີ ເມື່ອວັນທີ 28 ກໍລະກົດ ຜ່ານມາ.
ສະພາຄວາມໝັ້ນຄົງສປຊອາດຈະຈັດກອງປະຊຸມດ່ວນກ່ຽວກັບເລື່ອງສປປ.ເກົາຫຼີຍິງລູກສອນໄຟນຳວິຖີ - ảnh 1(ພາບປະກອບ: AP)

ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມເຫດຍິງທົດລອງລູກສອນໄຟຂອງສປປ.ເກົາຫຼີ, ຖືນີ້ແມ່ນການກະທຳລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງຮ້າຍແຮງ. ທ່ານ Antonio Guterres ເນັ້ນໜັກວ່າ, ວົງການການນຳສປປ.ເກົາຫຼີ ຄວນເຄົາລົບພັນທະສາກົນຢ່າງຄົບຖ້ວນ ແລະ ພ້ອມກັບປະຊາຄົມສາກົນແກ້ໄຂສະພາບຄວາມເຄັ່ງຕຶງຢູ່ແຫຼນເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ