ສະພາຄວາມໝັ້ນຄົງສປຊໂຮມປະຊຸມດ່ວນກ່ຽວກັບການບຸກໂຈມຕີທາງອາກາດຂອງທະຫານປະສົມໂດຍອາເມລິການຳໜ້າຢູ່ຊີຣີ

ສະພາຄວາມໝັ້ນຄົງສປຊໂຮມປະຊຸມດ່ວນກ່ຽວກັບການບຸກໂຈມຕີທາງອາກາດຂອງທະຫານປະສົມໂດຍອາເມລິການຳໜ້າຢູ່ຊີຣີ - ảnh 1
ເຮືອ​ນ​ຊານ​ຖືກ​ເປ​ເພ​ພາຍຫຼັງ​ກາ​ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ
(ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ)

(vovworld) – ວັນ​ທີ 18/9 (ຕາມ​ເວລາ ຫວຽດນາມ), ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ​້ຈັດ​ຕັ້ງ​ກອງ​ປະຊຸມ​ດ່ວນ​ທີ່​ແກ່ຍາວ​ເປັນ​ເວລາ 1 ​ຊົ່ວ​ໂມງກ່ຽວ​ກັບ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໂດຍ​ທະຫານ​ປະສົມສາກ​ົນ ​ໂດຍ ອາ​ເມລິ​ກາ ນຳ​ໜ້າ​ປະຕິບັດ​ຢູ່ ຊີຣີ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮັບ​ການຈັດ​ຕັ້ງ​ຕາມ​ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ ຍ້ອນ ປະ​ເທດ​ນີ້​ຖື​ວ່າ​ບັນດາ​​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​​ເຮັດ​ໃຫ້​ທະ​ຫານ ຊີຣີ ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ອາດ​ສາມາດ​ເຮັດ​ໃຫ້​ຂໍ້​ຕົກລົງ​ຢຸດ​ຍິງ​ໂດຍ ມົດ​ສະ​ກູ ​ແລະ ວໍ​ຊິງ​ຕັນ ​ເປັນກາງ​ໄກ່​​ເກ່ຍຖືກ​ປະລາ​​​ໄຊ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາງ Samantha Power, ​ເອກ​ອັກຄະ​ລັດຖະທູດ ອ​າ​ເມ​ລິ​ກາ ປະຈຳ ສປຊ ​ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ຍັງ​ຕ້ອງ​ສືບສວນ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ. ທ່ານ​ນາງ Power ຖະ​ແຫຼ​ງວ່າ: “ຖ້າ​ຫາກຢັ້ງຢືນ​ວ່າ​ພວກ​ຂ້າພະ​ເຈົ້າ​​ໄດ້​ບຸກ​ໂຈມ​ຕີ​ພົນທະຫານ ຊີຣີ ນີ້​ບໍ່​ແມ່ນ​ພວກ​ຂ້າພະ​ເຈົ້າ​​ໄດ້​ຕັ້ງ​ໃຈ ​ແລະ ອາ​ເມ​ລິ​ກາ ຮູ້ສຶກ​ເສຍດາຍ​ທີ່​ສຸດ”. ​ໃນ​ຂະນະ​ນັ້ນ, ​ເມື່ອ​ຖືກຖາມ​ກ່ຽວ​ກັບ​ເລື່ອງ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ການ​ສິ້ນ​ສຸດ​ໃຫ້​ແກ່​ຂໍ້​ຕົກລົງ​ຢຸດ​ຍິງ​ໂດຍ ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ຈັດ​ຕັ້ງ​ຫຼື​ບໍ່? ທ່ານ Vitaly Churkin, ​ເອກ​ອັກຄະ​ລັດ​ຖະທູດ ລັດ​ເຊຍ ປະຈຳ ສປຊ ຖື​ວ່າ ນີ້​ຍັງ​ແມ່​ນຄຳ​ຖາມ​ບໍ່​ທັນ​ມີ​ຄຳ​ຕອບ. ຕາ​ມທ່ານ Churkin ​ແລ້ວ, ອາ​ເມ​ລິ​ກາ ອາດ​ສາມາດ​ລໍຖ້າ​ຮອດ​​ເວລາ ມົດ​ສະ​ກູ ​ແລະ ວໍ​ຊິງ​ຕັນ ​ເລີ່​ມຮ່ວມ​ມື​ດ້ານ​ການ​ທະຫານ​ຮ່ວມ​ໃນ 2 ວັນ​ຈະ​ມາ​ເຖິງ ​ແທນ​ທີ ປະ​ຈິ​ບັດ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ທີ່ຮ້າຍ​ແຮງ.


ຂ່າວ/ບົດ​ອື່ນ