ສະພາຄວາມໝັ້ນຄົງສປຊໃຫ້ຄຳໝັ້ນສັນຍາຮັບມືກັບກະແສຟອງກໍ່ການຮ້າຍຕ່າງປະເທດ

ສະພາຄວາມໝັ້ນຄົງສປຊໃຫ້ຄຳໝັ້ນສັນຍາຮັບມືກັບກະແສຟອງກໍ່ການຮ້າຍຕ່າງປະເທດ - ảnh 1
ພາບ​ປະ​ກອບ:vnexpress.net

(vovworld)-​ ວັນ​ທີ19/11, ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ໄດ້​ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຮັບ​ມື​ກັບ​ບັນ​ດາ​ການ​ນາບ​ຂູ່ກໍ່​ກາ​ນ​ຮ້າຍ​ທົ່ວ​ໂລກ ແລະ​ ເພີ່ມ​ທະ​ວີ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ, ສັນ​ຕິ​ພາບ​ໂລກ. ພາຍ​ຫລັງ​ວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ຢູ່​ສຳ​ນັກ​ງານ​ຂອງ ສ​ປ​ຊ ຢູ່ ນ​ະ​ຄອນ ນິວຢອກ, ອົງ​ການນີ້ ໄດ້​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພື່ອ​ຍົກ​ສູງ​​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ນາບ​ຂູ່​ຈາກ​ບັນ​ດາ​ມື​ປືນກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ ແລະ ສະ​ກັດ​ກັ້ນ​ການ​ຍົກ​ຍ້າຍ​ຂອງ​ກຳ​ລັງ​ນີ້​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ເພື່​ອ​ສະ​ກັດ​ກັ້ນ​ການ​ເຄື່ອ​ນ​ໄຫວ​ຂອງ​ບັນ​ດາ​ມື​ປືນ​ຕ່າງ​ປະ​ເທດ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ເລັ່ງ​ລັດ​ບັນ​ດາ​ປະ​ເທດ​ຢຸດ​ຕິ​ການ​ຄ້າ​ຂາຍນ້ຳ​ມັນ​ກັບ IS ກໍ​ຄື​ບັນ​ດາ​ກ່​ຸມ​ຫົວ​ຮຸນ​ແຮງ​ອື່ນ, ປະ​ຕິ​ເສດ​ການມອບ​ເງິນ​ກູ້​ເອົາ​ຕົວ​ປະ​ກັນ ແລະ ຮັດ​ແຫນ້ນ​ການກວດ​ກາ​ຄວາມ​ສະ​ຫງົບ​ປອດ​ໄພ.

 

ຂ່າວ/ບົດ​ອື່ນ