ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຈັດ​ຕັ້ງ​​ວາ​ລະ ປຶກ​ສາ​ຫາ​ລື​ ຄັ້ງ​ທຳ​ອິດ​ກ່ຽວ​ກັບການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ຊ - ອ​າ​ຊຽນ

(VOVWORLD) -ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ຢັ້ງຢືນວ່າ ໃນຖານະເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ຈະມານະພະຍາຍາມສືບຕໍ່ໍຊຸກຍູ້ການຮ່ວມມືຢ່າງຮອບດ້ານ ແລະ ມີປະສິດທິຜົນລະຫວ່າງ ສອງ ອົງການຈັດຕັ້ງ; ສຸມໃສ່ເຂົ້າບັນດາຂົງເຂດທີ່ໄດ້ຮັບການບຸລິມະສິດ
ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຈັດ​ຕັ້ງ​​ວາ​ລະ ປຶກ​ສາ​ຫາ​ລື​ ຄັ້ງ​ທຳ​ອິດ​ກ່ຽວ​ກັບການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ຊ - ອ​າ​ຊຽນ - ảnh 1ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: UN) 

ວັນທີ 30 ມັງກອນ 2020, ຢູ່ ນິວຢອກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດ ວາລະປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ສປຊ ແລະ ອາຊຽນ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ພາຍໃຕ້ການເປັນປະທານຂອງ ຫວຽດນາມ,ເຊິ່ງເປັນປະທານຂອງ ສະພາຄວາມໝັ້ນຄົງ ສປຊ ໃນເດືອນມັງກອນ 2020, ໂດຍມີການເຂົ້າຮ່ວມຂອງ ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ແລະ ທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນມີ ອາຊຽນ, ທ່ານເນັ້ນໜັ້ກວ່າ ອາຊຽນແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງ ສປຊ.

        ກ່ຽວກັບການຮ່ວມມືລະຫວ່າງ ອາຊຽນ - ສປຊ, ທ່ານ ເອກອັກຄະລັດຖະທູດ ຢັ້ງຢືນວ່າ ໃນຖານະເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ຈະມານະພະຍາຍາມສືບຕໍ່ໍຊຸກຍູ້ການຮ່ວມມືຢ່າງຮອບດ້ານ ແລະ ມີປະສິດທິຜົນລະຫວ່າງ ສອງ ອົງການຈັດຕັ້ງ; ສຸມໃສ່ເຂົ້າບັນດາຂົງເຂດທີ່ໄດ້ຮັບການບຸລິມະສິດ. ບົນພື້ນຖານດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ແນະນຳກ່ຽວກັບບັນດາຂໍ້ສະເໜີໃນການຮ່ວມມືລະຫວ່າງ ອາຊຽນ ກັບ ສປຊ ເຊິ່ງ ຫວຽດນາມ ຊຸກຍູ້ໃນປີ 2020 ຄື: ຍົກສູງຄຸນນະພາບ ແລະ ປະສິດທິຜົນ ການເຂົ້າຮ່ວມຂອງບັນດາປະເທດ ອາຊຽນໃນການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ…ຕາມນັ້ນແລ້ວ, ຫວຽດນາມສະເໜີໃຫ້ ຈັດຕັ້ງການເຈລະຈາຂັ້ນສູງລະຫວ່າງ ອາຊຽນ - ສປຊ ກ່ຽວກັບການພັດທະນາແບບຍືນຍົງ ເນື່ອງໃນໂອກາດກອງປະຊຸມຂັ້ນສູງ ອາຊຽນ - ສປຊ ເຊິ່ງຈະຈັດຂຶ້ນຢູ່ ຫວຽດນາມ ໃນ ເດືອນ ຕຸລາ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ