ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ບໍ່​ອອກ​ຖະ​ແຫຼງ​ກ​ານ​ກ່​າ​ວປະ​ນາມເຫດ​ບຸກ​ໂຈມ​ຕີ​ຄ້າຍ​ຊ​າວອົບ​ພະ​ຍົບ​ຢູ່ ລີ​ບີ

(VOVWORLD) - ທີ່ວາລະທາບທາມຄຳເຫັນ, ຜູ້ຕາງໜ້າຂອງ ອາເມລິກາ ໃຫ້ຮູ້ວ່າ ເຂົາເຈົ້າຕ້ອງການຄວາມເຫັນດີຂອງທຳນຽບຂາວໃນການຮັບຮອງເອົາເອກະສານດັ່ງກ່າວ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ບໍ່​ອອກ​ຖະ​ແຫຼງ​ກ​ານ​ກ່​າ​ວປະ​ນາມເຫດ​ບຸກ​ໂຈມ​ຕີ​ຄ້າຍ​ຊ​າວອົບ​ພະ​ຍົບ​ຢູ່ ລີ​ບີ - ảnh 1 ການສົ່ງສົບຂອງຜູູ້ຖືກເຄາະຮ້າຍໃນເຫດບຸກໂຈມຕີທາງອາກາດຢູ່ຄ້າຍຄຸ້ມຂັງຊາວອົບພະຍົບແຫ່ງໜຶ່ງຢູ່ ລີບີ  (ພາບ: AFP/TTXVN)

ຕອນເຊົ້າວັນທີ 4 ກໍລະກົດຕາມ ເວລາ ຫວຽດນາມ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສິ້ນສຸດການປຶກສາຫາລືລັບທີ່ແກ່ຍາວເປັນເວລາ 2 ຊົ່ວໂມງເຊິ່ງບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການກ່າວປະນາມເຫດບຸກໂຈມຕີເລັ່ງໃສ່ຄ້າຍຄຸ້ມຂັງຊາວອົບພະຍົບແຫ່ງໜຶ່ງຢູ່ ລີບີ, ຍ້ອນວ່າ ອາເມລິກາ ບໍ່ເຫັນດີຕໍ່ຮ່າງຖະແຫຼງການ . ໃນການປຶກສາຫາລື, ອັງກິດໄດ້ສົ່ງຖະແຫຼການງໜຶ່ງໄປຍັງບັນດາປະເທດສະມາຊິກ, ກ່າວປະນາມເຫດບຸກໂຈມຕີທາງອາກາດເຊິ່ງໄດ້ຮັບຖືວ່າແມ່ນຍ້ອນກຳລັງທີ່ຈົ່ງຮັກພັກດີກັບນາຍພົນ Khalifa Haftar ກໍ່ຂຶ້ນ, ຮຽກຮ້ອງໃຫ້ຢຸດຕິການຍິງ ແລະ ເຊື່ອມຕໍ່ບັນດາການປຶກສາຫາລືທາງດ້ານການເມືອງຄືນໃໝ່.

        ທີ່ວາລະທາບທາມຄຳເຫັນ, ຜູ້ຕາງໜ້າຂອງ ອາເມລິກາ ໃຫ້ຮູ້ວ່າ ເຂົາເຈົ້າຕ້ອງການຄວາມເຫັນດີຂອງທຳນຽບຂາວໃນການຮັບຮອງເອົາເອກະສານດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ