ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິກ່ຽວກັບຊີຣີ

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິກ່ຽວກັບຊີຣີ - ảnh 1
ສະພາ​ຄວາມ​ໝັ້ນຄົງສະຫະ​ປະ​ຊາ​ຊາດ ໄດ້ຮັບຮອງເອົາມະຕິ ສະບັບໜຶ່ງກ່ຽວກັບການທຳລາຍສາງ ອາວຸດເຄມີຢູ່ ຊີຣີ​
(ພາບ: AFP)

(Vovworld)-  ວັນ​ທີ 28/9, 15 ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະ​ຊາ​ຊາດ ໄດ້ຮັບຮອງເອົາມະຕິ ສະບັບໜຶ່ງກ່ຽວກັບການທຳລາຍສາງ ອາວຸດເຄມີຢູ່ ຊີຣີ​ໂດຍ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ​ນຳ​ສະ​ເໜີ. ນີ້​ແມ່ນ​ມະຕິ​ທີ່​ມີ​ລັກສະນະ​ກະ​ໂດດ​ຂັ້ນ​ຂອງສະຫະ​ປະ​ຊາ​ຊາດກ່ຽວ​ກັບ​ບັນຫາ​ຊີຣີພາຍຫຼັງ​ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ​ເປັນ​ເວລາ​ກ່ວາ 2 ປີ. ການ​ປ່ອນ​ບັດ​ໄດ້​ຖືກ​ດຳ​ເນ​ີນພາຍຫຼັງ​ທີ່​ອົງການ​ເກືອດ​ຫ້າມ​ອາວ​ຸດ​ເຄມີ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ແຜນການ ທຳລາຍສາງອາວຸດເຄມີຢູ່ ຊີຣີ​​ໃນ​ປີ 2014. ກ່າວ​ຄຳ​ເຫັນ​ພາຍຫຼັງ​ມະຕິ​ໄດ້​ຖືກ​ຮັບຮອງ​ເອົາ, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະ​ຊາ​ຊາດ ບານ​ກິ​ມອນ ​ໄດ້​ກະຕຸກ​ຊຸກຍູ້​ລັດຖະບານ​ຊີຣີປະຕິບັດ​ມະຕິ​ຢ່າງ​ຈິງ​ໃຈ ​ແລະ ບໍ່​ຊັກ​ຊ້າ. 
ຂ່າວ/ບົດ​ອື່ນ