ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຮອງ​ເອົາມະ​ຕິ​ສະ​ຫ​ນັບ​ສະ​ຫ​ນູນ​ການ​ຢຸດ​ຍິງ​ຖາ​ວອນ ລະ​ຫວ່າງ ອິດ​ສະ​ຣາ​ແອນ ແລະ ຮາ​ມາດ

(VOVWORLD) - ວັນທີ 10 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ ສະຫນັບສະຫນູນຂໍ້ຕົກລົງຢຸດຍິງຖາວອນ ແລະ ມອບຕົວປະກັນ ລະຫວ່າງ ອິດສະຣາແອນ ແລະ ຮາມາດ. ມະຕິ ໂດຍອາເມລິກາ ຮຽບຮຽງ ຊື່ງໄດ້ຮັບຮອງເອົາດ້ວຍ 14 ບັດສະຫນັບສະຫນູນ ແລະ ບັດຂາວ 1 ບັດ.
ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຮອງ​ເອົາມະ​ຕິ​ສະ​ຫ​ນັບ​ສະ​ຫ​ນູນ​ການ​ຢຸດ​ຍິງ​ຖາ​ວອນ ລະ​ຫວ່າງ ອິດ​ສະ​ຣາ​ແອນ ແລະ ຮາ​ມາດ - ảnh 1ວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ໃນວັນທີ 10 ມິຖຸນາ (ພາບ: UNTV/Reuters)

ມະຕິ ໄດ້ຮຽກຮ້ອງໃຫ້ ຮາມາດ ຍອມຮັບຂໍ້ສະເຫນີ ຢຸດຍິງ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດໃນວັນທີ 31 ພຶດສະພາ ຜ່ານມາ. ມະຕິ ກໍ່ຮຽກຮ້ອງທັງສອງຝ່າຍປະຕິບັດຢ່າງຄົບຖ້ວນບັນດາມາດຕາໃນຂໍ້ສະເຫນີດັ່ງກ່າວໂດຍບໍ່ມີເງື່ອນໄຂ ແລະ ບໍ່ໃຫ້ຊັກຊ້າອີກ.

ຂໍ້ສະເຫນີຂອງທ່ານປະທານາທິບໍດີ ອາເມລິກາ ປະກາດໃນທ້າຍເດືອນກ່ອນ, ລວມມີ 3 ໄລຍະ, ໃນນັ້ນ ເຕື້ອງເຖິງການຢຸດຍິງຖາວອນ ແລະ ຢ່າງທັນທີພ້ອມກັບການປ່ອຍຕົວປະກັນ, ແລກປ່ຽນສະເລີຍເຊິກ ປາແລດສະຕິນ ແລະ ແຜນການກໍ່ສ້າງເຂດ ກາຊາ ຄືນໃຫມ່.

ໃນແຈ້ງການວັນດຽວກັນ, ຮາມາດ ກໍ່ໄດ້ຊົມເຊີຍບັນດາເນື້ອໃນທີ່ລະບຸໄວ້ໃນມະຕິ ພ້ອມທັງຢັ້ງຢືນ ພ້ອມແລ້ວທີ່ຈະເຈລະຈາໂດຍກົງກ່ຽວກັບວິທີການປະຕິບັດບັນດາຫລັກການທີ່ເໝາະສົມກັບຄຳຮຽກຮ້ອງຂອງຂະບວນການນີ້.

ນັກຂ່າວ  VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ