ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມເຫດຍິງທົດລອງລູກສອນໄຟຂອງສປປເກົາຫຼີ

ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມເຫດຍິງທົດລອງລູກສອນໄຟຂອງສປປເກົາຫຼີ - ảnh 1
ທ່ານ Kim Jong-un cùng  (ພາບ: AFP)

(vovworld) - ​ ​​ສະ​ພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດກ່າວ​ປະນາມ​ເຫດ​ຍິງ​ທົ​ດລອງ​ລູກ​ສອນ​ໄຟຂອງ​ ສປປ.​ເກົາຫຼີ. ຖະ​ແຫຼ​ງການ​ທີ່ຮັບຮອງ​ເອົາ​ໃນ​ວັນ​ທີ 15/04 ​​ໄດ້ເນັ້ນ​ໜັກ​ວ່າການ​ກະທຳ​ຂອງ ສປປ.​ເກົາຫຼີ ​ແມ່ນລະ​ເມີດ​ບັນດາ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ. ຖະ​ແຫຼງການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ຊີ້​ແຈ້ງວ່າ: ​ເຖິງ​ວ່າ​ເຫດ​ທົ​ດລອງ​ລູກ​ສອນ​ໄຟ​ຂອງ ສປປ.​ເກົາຫຼີ​ ຫວ່າງ​ແລ້ວ​ນີ້ ຖືກ​ປະຊາ​ໄຊ​ກໍ່ຕາມ ​ແຕ່​ການ​ກະທຳ​ນີ້ ​ໄດ້​ລະ​ເມີດ​ບັນດາ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ຈະ​ແຈ​້ງ, ຕາມ​ນັ້ນ​ແລ້ວຈະ ຫ້າມ ພຽງ​ຢາງ ພັດທະນາ​ເຕັກ​ໂນ​ໂລ​ຢີລູກ​ສອນ​ໄຟ​ນຳ​ວິຖີ. ຖະ​ແຫຼ​ງການ ຮຽກຮ້ອງ ພຽງ​ຢາງ ຫລີກ​ລ້ຽງ​ບໍ່​ໃຫ້​ເກີດ​ບັນດາ​ການ​ກະທຳ​ເກາະ​ຜິດ​ຕື່ມ​ອີກ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ຕິດຕາ​ມສະພາບ​ການ​ໃນ​ແຫຼມ ເກົາຫຼີຢ່າງ​ແໜ້ນ​ແຟ​້ນ ກໍ່ຄື ພ້ອມ​ແລ້ວ ທີ່​ຈະຜັນ​ຂະຫຍາຍ​ບັນດາ​ມາດຕະການ​ລົງ​ໂທດທີ່​ຈຳ​ເປັນ.


ຂ່າວ/ບົດ​ອື່ນ