ສະພາຄວາມໝັ້ນຄົງສະຫະປະຊາຊາດຄັດຄ້ານທຸກການກະທຳກໍ່ຄວາມຂາດສະຖຽນລະພາບ

ສະພາຄວາມໝັ້ນຄົງສະຫະປະຊາຊາດຄັດຄ້ານທຸກການກະທຳກໍ່ຄວາມຂາດສະຖຽນລະພາບ - ảnh 1
ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ “ກ່າວ​ປະ​ນາມ​ຢ່າ​ງ​ຮຸນ​ແຮງ”
 ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຫວ່າງ​ມໍ່ໆ​ມານີ້​ຂອງ​ສປ​ປ.ເກົາ​ຫຼີ
(ພາບ​ປະ​ກອບ:  EPA/TTXVN)

(vovworld) - ​ວັນ​ທີ 23/03, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ “ກ່າວ​ປະ​ນາມ​ຢ່າ​ງ​ຮຸນ​ແຮງ” ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຫວ່າງ​ມໍ່ໆ​ມານີ້​ຂອງ​ສປ​ປ.ເກົາ​ຫຼີ, ພ້ອມ​ທັງ​ຄັດ​ຄ້ານ “ການ​ກະ​ທຳ​ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ” ຂອງ​ພຽງ​ຢາງ. ຄຳ​ຖະ​ແຫຼງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຊີ້​ແຈ​້ງ​ບັນ​ດາ​ການ​ກະ​ທຳ​ຂອງ​ສປປ.ເກົາ​ຫຼີ ແມ່ນ​ການ​ກະ​ທຳ​ລະ​ເມີດ​ທີີີີ່​ຮ້າຍ​ແຮງ​ບັນ​ດາ​ພັນ​ທະ​ສາ​ກົນ​ຂອງ​ປະ​ເທດນີ້. ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສະ​ແດງ​ຄ​ວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການກະ​ທຳກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ກໍ່​ຄື​ສິ່ງ​ທ້າ​ທາຍ ແລະ ​​ການເກາະ​ຜິດ​ສະ​ພ​າ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຂອງ​ພຽງ​ຢາງ.

        ໃນ​ຂະ​ນະ​ນັ້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຮຽກ​ຮ້ອງ​ສ​ປ​ປ.ເກົາ​ຫຼີ ຫຼີກ​ລ້ຽງ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ.

        ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 22/03, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ສ​ປ​ປ.ເກົ​າ​ຫຼີ ໄດ້​ຍິງ​ລູກ​ສອນ​ໄຟ​ 1 ລູກຈາກ​ຝັ່ງ​ທະ​ເລ​​ທາງທິດຕາ​ເວັນ​ອອກ​ຂອງ​ປະ​ເທດນີ້, ເບິ່ງ​ຄື​ວ່າ​ຖືກ​ປະ​ລ​າ​ໄຊ.

ຂ່າວ/ບົດ​ອື່ນ