ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມກ່ຽວກັບສະພາບການມະນຸດສະທຳຢູ່ເຂດ ກາຊາ

(VOVWORLD) - ການປະທະກັນໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບດ້ານຊີວິດອິນຊີ, ມີຊາວ ອິດສະຣາແອັນ ກວ່າ 1.000 ຄົນເສຍຊີວິດ, ຕົວປະກັນຊາວ ອິດສະຣາແອັນ 108 ຄົນພວມຖືກຈັບຕົວກັກຂັງ.
ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມກ່ຽວກັບສະພາບການມະນຸດສະທຳຢູ່ເຂດ ກາຊາ - ảnh 1ການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ເຂດ ກາຊາ ພວມປະສົບກັບສິ່ງທ້າທາຍຢ່າງ
(ພາບ: THX/TTXVN)

        ວັນທີ 29 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ປະຈຳ ນິວຢອກ, ອາເມລິກາ ໄດ້ຈັດກອງປະຊຸມເປີດກ່ຽວກັບສະພາບການຢູ່ເຂດຕາເວັນອອກກາງ, ສຸມໃສ່ສະພາບການມະນຸດສະທຳຢູ່ເຂດ ກາຊາ, ຕາມຄຳຮຽກຮ້ອງຂອງ ສະວິດ ແລະ ອັງກິດ.

        ບົດລາຍງານໄດ້ສະຫຼຸບສະພາບການຢູ່ເຂດ ກາຊາ ພາຍຫຼັງເກີດການປະທະກັນເປັນເວລາກວ່າ 10 ເດືອນຜ່ານມາລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ຊີ້ໃຫ້ເຫັນວ່າ, ການປະທະກັນໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບດ້ານຊີວິດອິນຊີ, ມີຊາວ ອິດສະຣາແອັນ ກວ່າ 1.000 ຄົນເສຍຊີວິດ, ຕົວປະກັນຊາວ ອິດສະຣາແອັນ 108 ຄົນພວມຖືກຈັບຕົວກັກຂັງ. ສ່ວນຝ່າຍ ປາແລັດສະຕິນ, ມີຜູ້ເສຍຊີວິດກວ່າ 40.000 ຄົນ ແລະ ມີຜູ້ຖືກບາດເຈັບກວ່າ 93.000 ຄົນຢູ່ເຂດ ກາຊາ, ໃນນັ້ນ, ສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ. ປະຈຸບັນ, ບັນດາຄວາມມານະພະຍາຍາມ ແລະ ການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ເຂດ ກາຊາ ພວມປະສົບກັບສິ່ງທ້າທາຍຢ່າງຮ້າຍແຮງ. ມີເຖິງ 88% ຂອງເນື້ອທີ່ເຂດດິນແດນ ກາຊາ ຕ້ອງອົບພະຍົບ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນຢູ່ເຂດຕາເວັນຕົກແມ່ນ້ຳ ຈໍແດນ, ປະເທດຕ່າງໆຢືນຢັນຄືນໃໝ່ຄວາມຈຳເປັນຕ້ອງສ້າງຄຳສັ່ງຢຸດຍິງ, ປ່ອຍຕົວປະກັນ, ເປີດເຂດປອດໄພໃຫ້ແກ່ການເຄື່ອນໄຫວມະນຸດສະທຳ ແລະ ຍາວນານ ແມ່ນການປະຕິບັດມາດຕະການແກ້ໄຂ 2 ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ