ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສປປ.ເກົາຫຼີ

(VOVWORLD)-ຮຸ່ງເຊົ້າວັນທີ 17 ພຶດສະພາ (ຕາມເວລາຫວຽດນາມ), ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມດ່ວນກ່ຽວກັບເຫດທົດລອງລູກສອນໄຟນຳວິຖີຂອງສປປ.ເກົາຫຼີ ໃນວັນທີ 14 ພຶດສະພາ.
ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສປປ.ເກົາຫຼີ - ảnh 1 (ພາບປະກອບ: RTE)

ເຖິງຢາງໃດກໍ່ຕາມ, ກອງປະຊຸມລັບດັ່ງກ່າວບໍ່ບັນລຸໄດ້ໝາກຜົນລະອຽດໃດໆ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມ, ທ່ານເອກອັກຄະລັດຖະທູດ Elbio Rosselli ຂອງ ອູຣຸກວາຍ, ເຊິ່ງເປັນປະເທດພວມດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ຮູ້ວ່າ, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ເຫັນດີກ່າວປະນາມເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງສປປ.ເກົາຫຼີ, ພ້ອມທັງປຶກສາຫາລືກ່ຽວກັບບັນດາມາດຕະການແນໃສ່ກໍ່ຄວາມດັ່ນບັງຄັບໃຫ້ພຽງຢາງ ຕ້ອງຢຸດຕິບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟ. ສະພາຄວາມໝັ້ນຄົງສະຫະປະຊາຊາດຮຽກຮ້ອງໃຫ້ບັນດາປະເທດສະມາຊິກປະຕິບັດບັນດາມາດຕະການລົງໂທດສປປ.ເກົາຫຼີ ລວມມີ 6 ມະຕິເຊິ່ງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາເມື່ອປີ 2016 ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ