ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ຢູແກຼນ

ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ຢູແກຼນ - ảnh 1
ກອງ​ທັບ​ຢູ​ແກຼນ ຖອນ​ອາ​ວຸດ​ອອກ​ຈາກຖານ​ທີ່​ໝັ້ນ​ໃກ້​ກັບ​ນະ​ຄອນ  Artemivsk ຂຶ້ນ​ກັບ Donetsk ໃນ​ວັນ​ທີ 26/2
(ພາບ: AFP/TTXVN)

(vovworld) – ວັນ​ທີ 27/2, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ. ກອງ​ປະ​ຊຸມນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຕາມ​ຄຳ​ສະ​ເໜີ​ຂອງ ຝ​ຣັ່ງ ແລະ ເຢຍ​ລະ​ມັນ, ​ຈະໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ (OSCE), ເຊິ່ງ​ແມ່ນ​ອົງ​ການ​ປະ​ຈຸ​ບັນ​ມີ​ບັນ​ດາ​ຄະ​ນະ​ຜູ້​ສັງ​ເກດ​ການ ຕິດ​ຕາມກວດ​ກາ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ຫຼັງ​ຈາກນັ້ນ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈະ​ດຳ​ເນີນກອງ​ປະ​ຊຸມ​ລັບ. ມາ​ຮອດ​ປະ​ຈຸ​ບັນ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ດຳ​ເນີນ​ກ່​ວາ 30 ວາ​ລະ​ປະ​ຊຸມ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ.

        ເຖິງວ່າ​ບັນ​ດາ​ຝ່າຍ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ລ້ວນ​ແຕ່​ພວມ​ຖອນ​ອາ​ວຸດ​ໜັກ​ອອກ​ຈາກ​ເຂດ​ປະ​ທະ​ກັນ​ຕາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ Minsk ​ທີ່ບັນ​ລຸ​ໄດ້​ໃນ​ອາ​ທິດ​ກ່ອນກໍ່​ຕາມ, ແຕ່​ບັນ​ດາ​ການ​ປະ​ທະ​ກັນ​ໃຫມ່​ລະ​ຫວ່າງກອງ​ທັບ ຢູ​ແກຼນ ແລະ ກຳ​ລັງ​ທວງ​ເອົາ​ເອກ​ະ​ລາດ​ຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ໄປ ເຮັດ​ໃຫ້ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ. ວັນ​ທີ 27/2, ພົນ​ທະ​ຫານ ລັດ​ຖະ​ບານ ຢູ​ແກຼນ ຢ່າງ​ໜ້ອຍ​ສຸດ 3 ຄົນເສຍ​ຊີ​ວິດ ພາຍຫຼັງ 2 ມື້​ຢຸດ​ຕິ​ການ​ປະ​ທະ​ກັນ​ຊົ່ວ​ຄາວ​ຢູ່​ເຂດນີ້.

 


ຂ່າວ/ບົດ​ອື່ນ