ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມລັບກ່ຽວກັບບັນດາເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ

(VOVWORLD) -ວັນທີ 04 ຕຸລາ, ບັນດານັກການທູດໃຫ້ຮູ້ວ່າ: ສະພາຄວາມໝັ້ນຄົງສະຫະປະຊາຊາດຈະຈັດຕັ້ງກອງປະຊຸມປຶກສາຫາລືລັບກ່ຽວກັບເຫດຍິງລູກສອນໄຟນຳວິຖີຫວ່າງແລ້ວນີ້ຂອງ ສປປ.ເກົາຫຼີ ໃນວັນທີ 08 ຕຸລາ ຈະມາເຖິງ.

 ຝຣັ່ງ, ເຢຍລະມັນ ແລະ ອັງກິດ ສະເໜີໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດຕັ້ງກອງປະຊຸມ ພາຍຫລັງການດຳເນີນບັນດາເຫດຍິງລູກສອນໄຟໃນໄລຍະມໍ່ໆມານີ້ຂອງ ພຽງຢາງ ເຊິ່ງໄດ້ລະເມີດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດ.

ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມລັບກ່ຽວກັບບັນດາເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ - ảnh 1ສະພາຄວາມໝັ້ນຄົງສະຫະປະຊາຊາດ (ພາບ: THX/TTXVN)

        ປະຈຸບັນ, ສປປ.ເກົາຫຼີ ພວມຖືກສະຫະປະຊາຊາດຈັດວາງຄຳສັ່ງລົງໂທດ ແນໃສ່ບັງຄັບໃຫ້ ພຽງຢາງ ປະລະໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ. ບັນດາຄຳສັ່ງລົງໂທດນີ້ ຈະຈຳກັດເລື່ອງ ສປປ.ເກົາຫຼີ ນຳເຂົ້ານ້ຳມັນ ແລະ ຈັດວາງຄຳສັ່ງຫ້າມສົ່ງອອກຖ່ານຫີນ, ປາ ແລະ ເຄື່ອງຕ່ຳແຜ່ນຕັດຫຍິບ. ລັດເຊຍ ແລະ ຈີນ ຮຽກຮ້ອງໃຫ້ສະຫະປະຊາຊາດ ຍົກເລີກບັນດາຄຳສັ່ງລົງໂທດນີ້ ເພື່ອສ້າງທ່າໃຫ້ ສປປ.ເກົາຫຼີ ປອດນິວເຄຼຍ, ແຕ່ ອາເມລິກາ ໄດ້ປະຕິເສດສິ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ