ສະພາຄວາມໝັ້ນຄົງສະຫະປະຊາຊາດຈະປະຊຸມດ່ວນກ່ຽວກັບຄວາມເຄັ່ງຕຶງລະຫວ່າງລັດເຊຍແລະຢູແກຼນ

ສະພາຄວາມໝັ້ນຄົງສະຫະປະຊາຊາດຈະປະຊຸມດ່ວນກ່ຽວກັບຄວາມເຄັ່ງຕຶງລະຫວ່າງລັດເຊຍແລະຢູແກຼນ - ảnh 1
ເອກອັກຄະລັດຖະທູດ ຢູແກຼນ ປະຈຳ ສປຊ
Volodymyr Yelchenko ພາບ: The Voice of Russia)

(vovworld) - ວັນ​ທີ 11/08 ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ​ປະກາດ​ວ່າ ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ເຄັ່ງ​ຕຶງປີນ​ຂັ້ນ​ໄດ​ຢູ່ Crimea ພາຍຫລັງ ລັດ​ເຊຍ ກ່າວ​ຫາ ຢູ​ແກຼນ ຈັດ​ກົນອຸບາຍ​ບຸກຕີ​ເຂົ້າ​ພື້ນຖານ​ໂຄງ​ລ່າງ​ຂອງ​ເຂດ Crimea. ການ​ປະຊຸມ​ດ່ວນ​ນີ້ ​ໄດ້​ດຳ​ເນີນ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ຄະນະ​ປະຕິບັດ​ງານ ຢູ​ແກຼນ ປະຈຳ ສະຫະ​ປະຊາ​ຊາດ. ຕາມ​ແຈ້ງ​ການ​ຈາກ​ຝ່າຍ ຢູ​ແກຼນ ​ແລ້ວ, ປະ​ເທດ​ນີ້​ໄດ້​ສະ​ເໜີ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຈັດ​ຕັ້ງ​ການ​ທາ​ບທາມ​ຄຳ​ເຫັນ​ໃນ​ວັນ​ທີ 11/08 ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ເຄັ່ງ​ຕຶງ​ກັບ ລັດ​ເຊຍ ຢູ່​ແຫຼມ Crimea. ປະຈຸ​ບັນ ທ່ານ​ປະທານ​າທິບໍດີ ຢູ​ແກຼນ Petro Poroshenko ກໍ່ອອກ​ຄຳ​ສັ່ງ​​ໃຫ້ກະຊວງ​ການ​ຕ່າງປະ​ເທດ ປະ​ເທດ​ນີ້ ຈັດ​ຕັ້ງ​ບັນດາ​ການ​​ເຈລະຈາທາງ​ໂທລະສັບ 2 ຝ່າຍ​ກັບ​ທ່ານ​ນາງນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ແລ​ະ ທ່ານປະທານາທິບໍດີ ຝະລັ່ງ Francois Hollande ທີ່​ກ່ຽວຂ້ອງ​ເຖິງ​ສະ​ພາບການ​ຢູ່​ແຫຼມ Crimea.

 

 

ຂ່າວ/ບົດ​ອື່ນ